ຍາມໃດຫວຽດນາມກໍ່ຊຸກຍູ້ ແລະ ຮັບປະກັນ ສິດທິມະນຸດ

ຍາມໃດຫວຽດນາມກໍ່ຊຸກຍູ້ ແລະ ຮັບປະກັນ ສິດທິມະນຸດ - ảnh 1
ຮອງນາຍົກລັດຖະມົນຕີ ຟ້າມບີ່ງມິງ ທີ່ກອງປະຊຸມຂອງສະພາສິດທິມະນຸດ ສປຊ ເມື່ອວັນທີ 3/3
 (ພາບ: Tố Uyên/TTXVN)

(vovworld) – ​ໃນ​ຂອບ​ເຂດ​ກອງ​ປະຊຸມ​ຄັ້ງ​ທີ 25 ຢູ່​ເຊີ​ແນວ, ປະ​ເທດ ສະ​ວິດ, ສະພາ​ສິດທິ​ມະນຸດ ສປຊ ​ເມື່ອ​ວັນ​ທີ 24/3, ​ໄດ້​ຈັດ​ຕັ້ງ​ວາລະ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ປະຕິບັດ​ຖະ​ແຫຼ​ງການ ວຽນ 1993 ​ແລະ ​ໂຄງການ​ເຄື່ອນ​ໄຫວ​ກ່ຽວ​ກັບ​ການ​ຮັບປະກັນ​ ​ແລະ ຊຸກຍູ້​ສິດ​ທິມະນຸດ. ​ໃນ​ບົດ​ປະກອບ​ຄຳ​ເຫັນ​ຂອງ​ຕົນ​, ຜູ້ຕາງໜ້າ​ຂອງ ຫວຽດນາມ​ຢືນຢັນ​ວ່າ: ຢູ່ ຫວຽດນາມ, ທຸກ​ຄົນ​ລ້ວນ​ແຕ່​ມີ​ຄວາມ​ສະ​ເໜີ​ພາບ ​ແລະ ລັດ​ຍາມ​ໃດ​ກໍ່​ມານະ​ພະຍາຍາມ​ຊຸກຍູ້, ຮັບປະກັນ​ການ​ປະຕິບັດ​ບັນດາ​ສິດທິ​ມະນຸດ, ບໍ່​ຈຳ​ແນ​ກ​ເຜົ່າ​ພັນ, ສາສະໜາ.​.​.​ ກ່ຽວ​ຂ້ອງ​ເຖິງ​ບັນ​ຫາຜູ້​ທີ່​ຮັກ​ຮ່ວມ​ເພດ​ດຽວ ​ແລະ ປ່ຽນ​ເພດ (LGBT), ຜູ້ຕາງໜ້າ​ຫວຽດນາມ ​ແບ່ງປັນ​ບັນດາ​ຄຳ​ເຫັນ​ໂດຍ​ຖື​ວ່າ ກຸ່ມ​ເປົ້າ​ໝາຍ​ນີ້ຄວນ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່, ​ແບ່ງປັນ ​ແລະ ໜູນ​ຊ່ວຍ, ​ເອົາ​ໃຈ​ໃສາ​ຕອບ​ສະໜອງ​ບັນດາ​ຄວາມມຸ່ງ​ມາດ​ປາດ​ຖະໜາ​ອັນ​ຊອບ​ທຳ​ຂອງ​ເຂົາ​ເຈົ້າ ​ເພື່ອ​ເຂົ້າ​ຮ່ວມ​ສະ​ເໝີ​ພາບ, ປະກອບ​ສ່ວນ ​ແລະ ​ເຊື່ອມ​ຕົວ​ເຂົ້າ​ກັບ​ວົງ​ຄະນະ​ຍາດ.

    ບົດ​ປະກອບ​ຄຳ​ເຫັນ​ຂອງ ຫວຽດນາມ ​ນອນ​ໃນ​ຂອບ​ເຂດ​ບັນດາ​ວະລະ​ປຶກສາ​ຫາ​ລື​ກ່ຽວກັບ​ຖະ​ແຫຼ​ງການ ​ແລະ ​ໂຄງການ​ເຄື່ອນ​ໄຫວ ວຽນ ກ່ຽວ​ກັບ​ສິດ​ທິມະນຸດ​ທີ່​ບັນດາ​ປະ​ເທດ​ສະມາຊິກ ສປຊ ​ເຫັນ​ດີ​ເຫັນ​ພ້ອມ​ຮັບຮອງ​ເອົາ​ແຕ່​ປີ 1993. ​ເນື້ອ​ໃນ​ຕົ້ນ​ຕໍ່​ຂອງ​ຖະ​ແຫຼ​ງການ ​ແລະ ​ໂຄງການ​ເຄື່ອນ​ໄຫວ ວຽນ ​ແມ່ນ​ຢືນຢັນ​ລັກສະນະ​ທົ່ວ​ໄປຂອງ​ສິດ​ທິມະນຸດ​ສຳລັບ​ທຸກ​ຄົນ, ການ​ໜູນ​ຊ່ວຍ​ເຊິ່ງກັນ ​ແລະ ກັນລະຫວ່າງ​ບັນດາ​ສິດທິ​ມະນຸດ ​ແລະ ສາຍ​ພົວພັນ​ລະຫວ່າງ​ສິດ​ທິມະນຸດ​ກັບ​ປະຊາທິປະ​ໄຕ ​ແລະ ການ​ພັດທະນາ, ພ້ອມ​ທັງ​ຮຽກຮ້ອງ​ໃຫ້​ບັນດາ​ປະ​ເທດ​ສົມທົບ​ກັນ​ປົກ​ປັກ​ຮັກສາ ​ແລະ ຊຸກຍູ້​ສິດ​ທິມະນຸດ.

ຂ່າວ/ບົດ​ອື່ນ