ຍູ້ແຮງການປະຕິຮູບ,ຫັນລະບຽບການບໍລິຫານເປັນງ່າຍດາຍໃຫ້ປະຊາຊົນ

ຍູ້ແຮງການປະຕິຮູບ,ຫັນລະບຽບການບໍລິຫານເປັນງ່າຍດາຍໃຫ້ປະຊາຊົນ - ảnh 1
(ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ )

(vovworld) – ​ ​ ຕອນ​ເຊົ້າ​ວັນ​ທີ 18/1, ຢູ່​ຮ່າ​ໂນ້ຍ ​ໄດ້ດຳ​ເນີນ​ກອງ​ປະຊຸມ​ສະຫລຸບ​ວຽກ​ງານ​ປີ 2015 ​ແລະ ຜັນ​ຂະຫຍາຍ​ໜ້າ​ທີ່​ປີ 2016 ຂອງ​ຄະ​ນະ​ຊີ້​ນຳ​ແຜນ​ຮ່າງສັງ​ລວມຫັນ​ລະບຽບ​ການ​ບໍລິຫານ​, ​ໜັງສື​ປະຈຳ​ຕົວ​ຂອງ​ພົນລະ​ເມືອງ ​ແລະ ບັນດາ​ພື້ນຖານຂໍ້​ມູນ​ຕ່າງໆ​ທີ່​ກ່ຽວຂ້ອງ​ເຖິງ​ການ​ຄຸ້ມ​ຄອງພົນລະ​ເມືອງ (​ແຜນ​ຮ່າງ 896)​ເປັນ​ງາຍ​ດາຍ. ກ່າວ​ຄຳ​ເຫັນ​ຊີ້​ນຳ​ກອງ​ປະຊຸມ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ, ຫົວໜ້າ​ຄະນະ​ຊີ້ນຳ, ສະ​ເໜີ​ຫ້ອງ​ການ​ຄະນະ​ຊີ້​ນຳອະນຸມັດ​​ ປະກາດ​ໃຊ້​ແຜນການ​ຜັນ​ຂະຫຍາຍ​ປະຕິບັດ​ແຜນ​ຮ່າງ 896 ປີ 2016 ​ໂດຍ​ໄວ ​​ເພື່ອເປັນ​ພື້ນຖານ ​ເພື່ອ​ໃຫ້​ບັນດາ​ກະຊວງ, ຂະ​ແໜງ​ການ​ສ້າງ​​ແຜນການ​ຜັນ​ຂະຫຍາຍ​ປະຕິບັດ, ​ແກ້​ໄຂ​ບັນດາສິ່ງ​ຕິ​ດຂັດ ​ແລະ ຄວາມຫຍຸ້ງ​ຍາກ​ໃນ​ວິວັດ​ການ​ຜັນ​ຂະຫຍາຍ​ໃຫ້​ທັນ​ການ, ບົນ​ຈິດ​ໃຈ​ຮັບປະກັນ​ຄວາມ​ຄືບ​ໜ້າ, ລັກສະນະ​ວິທະຍາສາດ, ຄວາມ​ເປັນ​ໄປ​ໄດ້​ຂອງວິທີ​ການ ​ເຊິ່ງ​ໄດ້​ຮັບ​ອະນຸມັດ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໃຫ້​ຮູ້​ວ່າ:

        “ ກ່ຽວ​ກັບພື້ນຖານຂໍ້​ມູນ​ແຫ່ງ​ຊາດ​ກ່ຽວ​ກັບພົນລະ​ເມືອງ ບັນດາ​ສະຫາຍ​ຕ້ອງ​ປະຕິບັດ​ຕາມລະບຽບ​ການ ​ແຕ່​ບົນຈິດ​ໃຈ​ຍູ້​​ໄວຄວາມ​ຄືບ​ໜ້າ ​ຍ້ອນ​ວ່າ ​ໃນ​ວຽກ​ງານ​ທີ່​ກ່ຽວຂ້ອງ​ເຖິງ​ປະຊາຊົນ ພວກ​ເຮົາ​ຕ້ອງ​ສຸມ​ໃສ່​ດີ​ກ່ວາ ​ເພື່ອ​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ປະຊາຊົນ ຫລຸດຜ່ອນຄ່າ​ໃຊ້​ຈ່າຍ ປັບປຸງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ​ດຳ​ເນີນ​ທຸລະ​ກິດ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ”


ຂ່າວ/ບົດ​ອື່ນ