ຍູ້ແຮງການຜັນຂະຫຍາຍໂຄງການສ້າງກົດໝາຍ,ລັດຖະບັນຍັດຂອງສະພາແຫ່ງຊາດ

ຍູ້ແຮງການຜັນຂະຫຍາຍໂຄງການສ້າງກົດໝາຍ,ລັດຖະບັນຍັດຂອງສະພາແຫ່ງຊາດ - ảnh 1
ທ່ານ ອວງຈູ​ລື​ວ, ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ​
photo:vietnamplus.vn


(vovworld)- ​​ ທີ່​ກອງ​ປະຊຸມ​ຜັນ​ຂະຫຍາຍ​ໂຄງການ​ສ້າງ​ກົດໝາຍ, ລັດຖະບັນຍັດ​ຂອງ​ສະພາ​ແຫ່ງ​ຊາດ​ໃນ​ຊຸມ​ເດືອນ​ທ້າຍ​ປີ 2014 ​ແລະ ປີ 2015 ຊື່​ງດຳ​ເນີນ​ໄປ​ໃນ​ຕອນ​ເຊົ້າ​ວັນ​ທີ 10/7, ທ່ານ ອວງຈູ​ລື​ວ, ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ​ໄດ້​ເນັ້ນ​ຫນັກ​ວ່າ: ການ​ປັບປຸງ, ​ເພີ່ມ​ເຕີມ​ບາງ​ຮ່າ​ງກົດໝາຍ​ກ່ຽວ​ກັບ​ການຈັດ​ຕັ້ງ​ກົງຈັກ​ລັດ​ແມ່ນ​ວຽກ​ງານ​ທີ່​ສຳຄັນ, ກ່ຽວຂ້ອງ​ເຖິງ​ບັນດາ​ຂະ​ແຫນງ, ທຸກ​ຂັ້ນ, ຄວນ​ກະກຽມ​ຢ່າງ​ຕັ້ງຫນ້າ, ສົມທົບ​ຢ່າງ​ແຫນ້ນ​ແຟ້ນ​ເພື່ອ​ຫັນ​ລັດຖະທຳ​ມະນູນ​ເປັນ​ລະອຽດ. ສຳລັບ​ບັນດາ​ຮ່າງ​ກົດໝາຍ​ອື່ນ, ບັນດາ​ອົງການຈັດ​ຕັ້ງ​ສືບ​ຕໍ່​ປັບ​ປຸ່ງ, ​ປ່ຽນ​ໃຫມ່ ​ເພື່ອ​ຍົກ​ສູງ​ຄຸນ​ນະພາ​ບ, ປະ​ສິດທິ​ຜົນ​ການ​ເຄື່ອນ​ໄຫວ​ຂອງ​ສະພາ​ແຫ່ງ​ຊາດ, ຮັບປະກັນ​ການ​ປະຕິບັດ​ໂຄງການ​ສ້າງ​ກົດໝາຍ, ລັດຖະບັນຍັດ​ຂອງ​ສະພາ​ແຫ່ງ​ຊາດຢ່າງ​ຖືກຕ້ອງ.

 

 

 

ຂ່າວ/ບົດ​ອື່ນ