ຍູ້ແຮງການສ້າງໂຄງປະກອບລັດວິສາຫະກິດຄືນໃໝ່ຕາມທິດຫັນເປັນຫຸ້ນສ່ວນ
(ພາບປະກອບ) |
(vovworld)- ຕອນເຊົ້າວັນທີ 25/6, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ວູ້ວັນນິງ ຫົວໜ້າຄະນະຊີ້ນຳການປ່ຽນແປງໃໝ່ ແລະ ພັດທະນາລັດວິສາຫະກິດໄດ້ເປັນປະທານກອງປະຊຸມກ່ຽວກັບສະພາບການປະຕິບັດ ການສ້າງໂຄງປະກອບລັດວິສາຫະກິດຄືນໃໝ່ ໃນ 6 ເດືອນຕົ້ນປີ 2015 ແລະ ຜັນຂະຫຍາຍໜ້າທີ່ ໃນ 6 ເດືອນທ້າຍປີ. ກ່າວຄຳເຫັນຢູ່ທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ວູ້ວັນນິງ ກ່າວວ່າ :
“ ຕ້ອງເຮັດແຈ້ງໜ້າທີ່, ຄວາມຮັບຜິດຊອບຂອງບັນດາຫົວໜ່ວຍ ສ່ວນບຸກຄົນທີ່ມີສ່ວນກ່ຽວຂ້ອງ, ເປັນຫຍັງທີ່ຍັງບໍ່ທັນສາມາດປະຕິບັດໄດ້, ສາຍເຫດພາວະວິໄສ ແລະ ອັດຕະວິໄສ ແມ່ນຍ້ອນຫຍັງ, ຕ້ອງລາຍງານຢ່າງຄົບຖ້ວນມາຍັງຜູ້ປະຈຳການຄະນະຊີ້ນຳການປ່ຽນແປງໃໝ່ວິສາຫະກິດ. ສືບຕໍ່ຖອນທຶນນອກຂະແໜງ ແລະ ບັນດາຫົວໜ່ວຍທີ່ໄດ້ຫັນເປັນຫຸ້ນສ່ວນຄັ້ງທຳອິດ ໂດຍຍັງບໍ່ທັນສາມາດບັນລຸອັດຕາການເຊັນອະນຸມັດ. ພ້ອມກັນນັ້ນ, ກໍສືບຕໍ່ຊັບຊ້ອນວິສາຫະກິດ ເພາະວ່າ ນີ້ແມ່ນພາກສ່ວນໜຶ່ງຂອງການສ້າງໂຄງປະກອບລັດວິສາຫະກິດຄືນໃໝ່, ການສ້າງໂຄງປະກອບເສດຖະກິດຄືນໃໝ່ .”