ຍູ້ແຮງການຮ່ວມມື ປ້ອງກັນຊາດ 2 ປະເທດ ຫວຽດນາມ-ມາເລເຊຍ
(ການເຈລະຈາກັບຄະນະຜູ້ແທນຂັ້ນສູງ
ກະຊວງປ້ອງກັນປະເທດ ຫວຽດນາມ ແລະ ມາເລເຊຍ)
(vovworld) – ຕອນເຊົ້າວັນທີ 25/2, ທີ່ສຳນັກງານກະຊວງປ້ອງກັນປະເທດຫວຽດນາມ ທ່ານພົນເອກ ຟຸ່ງກວາງແທງ ໄດ້ເປັນປະທານພິທີຕ້ອນຮັບທ່ານລັດຖະມົນຕີວ່າການກະຊວງປ້ອງກັນປະເທດມາເລເຊຍ Dato Seri Hishammuddin Tun Husein ແລະ ຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດມາເລເຊຍ ຢ່າງເປັນທາງການ, ເນື່ອງໃນໂອກາດຄະນະມາຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ ໃນລະຫວ່າງວັນທີ 24-25/2.
ພາຍຫຼັງພິທີຕ້ອນຮັບ, ຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດມາເລເຊຍ ໂດຍທ່ານ Dato Seri Hishammuddin Tun Husein ເປັນຫົວໜ້າຄະນະ ໄດ້ມີການເຈລະຈາກັບຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດ ຫວຽດນາມ ໂດຍທ່ານ ພົນເອກ ຟຸ່ງກວາງແທງ, ລັດຖະມົນຕີວ່າການກະຊວງປ້ອງກັນປະເທດຫວຽດນາມ ເປັນຫົວໜ້າຄະນະ. ທີ່ການເຈລະຈາ, ທ່ານລັດຖະມົນຕີວ່າການກະຊວງປ້ອງກັນປະເທດຫວຽດນາມ ຕີລາຄາສູງການຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດມາເລເຊຍ, ເນັ້ນໜັກວ່າ ການຢ້ຽມຢາມຫວຽດນາມ ຄັ້ງນີ້ຂອງທ່ານລັດຖະມົນຕີວ່າການກະຊວງປ້ອງກັນປະເທດ ມາເລເຊຍ ສືບຕໍ່ປະກອບສ່ວນເພີ່ມທະວີ, ປັບປຸງການພົວພັນມິດຕະພາບ, ຄວາມເຂົ້າອົກເຂົ້າໃຈ, ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ລະຫວ່າງປະຊາຊົນ ແລະ ກອງທັບ 2 ປະເທດ. 2 ຝ່າຍຕີລາຄາໝາກຜົນການຮ່ວມມືປ້ອງກັນຊາດ 2 ຝ່າຍໃນໄລຍະຜ່ານມາບົນພື້ນຖານບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືປ້ອງກັນຊາດ ຊຶ່ງໄດ້ຮັບການລົງນາມປີ 2008. ໃນໄລຍະຈະມາເຖິງ, ກະຊວງປ້ອງກັນປະເທດ 2 ປະເທດ ຫວຽດນາມ-ມາເລເຊຍ ສືບຕໍ່ຊຸກຍູ້ການພົວພັນຮ່ວມມືໃນທຸກຂົງເຂດ: ການແລກປ່ຽນຄະນະຜູ້ແທນ, ການກູ້ໄພກູ້ຊີບ, ກອງທັບເຮືອ ແລະ ການຮ່ວມມືບຳລຸງສ້າງ.