ຍູ້ແຮງການຮ່ວມມືລັດຖະສະພາລະຫວ່າງຫວຽດນາມ-ລາຊະອານາຈັກອັງກິດ
ທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟ໋ອງ ແລະ
ທ່ານນາງ Eleanor Laing ຮອງປະທານສະພາຕ່ຳ ອັງກິດ
(ພາບ: ສຳນັກຂ່າວສານຫວຽດນາມ)
(vovworld) - ໂດຍສືບຕໍ່ການຢ້ຽມຢາມ ແລະ ເຮັດວຽກຢູ່ລາຊະອານາຈັກ ອັງກິດ, ວັນທີ 01/06 ທ່ານນາງຮອງປະທານສະພາແຫ່ງຊາດ ຫວຽດນາມ ຕ່ອງທິຟ໋ອງ ພົບປະເຈລະຈາກັບທ່ານນາງ Eleanor Laing ຮອງປະທານສະພາຕ່ຳ ອັງກິດ. ນະທີ່ນີ້ ທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟ໋ອງ ຂອບອົກຂອບໃຈ ລັດຖະບານ ອັງກິດ ທີ່ໄດ້ສະຫງວນທຶນ ODA ຊ່ວຍເຫຼືອ ຫວຽດນາມ ໃນໄລຍະຜ່ານມາ; ພ້ອມທັງໃຫ້ຮູ້ວ່າ: ຫວຽດນາມ ປາດຖະໜາຢາກສືບຕໍ່ໄດ້ຮັບການໜູນຊ່ວຍຈາກຝ່າຍ ອັງກິດ ໂດຍຜ່ານແຫຼ່ງທຶນຈາກທຶນວັດທະນາຖາວອນໃໝ່ຂອງກະຊວງການຕ່າງປະເທດ ອັງກິດ ເພື່ອແນໃສ່ປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ກໍ່ສ້າງພື້ນຖານໂຄງລ່າງ. ກ່ຽວກັບການພົວພັນລະຫວ່າງ 2 ສະພາແຫ່ງຊາດ, ທ່ານນາງຮອງປະທານສະພາແຫ່ງຊາດ ຫວັງວ່າ: ບັນດາສະມາຊິກລັດຖະສະພາ ອັງກິດ ສະໜັບສະໜູນ ເພື່ອໃຫ້ ອັງກິດ ໃຫ້ສັດຕະຍາບັນສັນຍາການຄ້າເສລີສະຫະພາບ ເອີລົບ - ຫວຽດນາມ (EVFTA) ໂດຍໄວ ເພື່ອແນໃສ່ສ້າງກຳລັງໜູນໃໝ່ໃຫ້ເສດຖະກິດພັດທະນາລະຫວ່າງ ຫວຽດນາມ ແລະ ອີຢູ ກໍ່ຄືລະຫວ່າງ ຫວຽດນາມ ແລະ ອັງກິດ. ຫວຽດນາມ ກໍ່ປາດຖະໜາວ່າ ລະຫວ່າງ 2 ປະເທດຈະມີການສະໜັບສະໜູນເຊິ່ງກັນ ແລະ ກັນ ຢູ່ບັນດາເວທີປາໄສຫລາຍຝ່າຍຄື: ເວທີປາໄສຮ່ວມມື ອາຊີ - ເອີລົບ (ASEM) ຫຼື ລັດຖະສະພາລະຫວ່ງຊາດໂລກ (IPU) ແລະ ການຊ່ວຍເຫຼືອຂອງ ອັງກິດ ໃນການກໍ່ສ້າງທັກສະໃຫ້ບັນດາສະມາຊິກລັດຖະສະພາໜຸ່ມຂອງ ຫວຽດນາມ.
ແລະໃນວັນດຽວກັນ, ທີ່ການຕ້ອນຮັບກຸ່ມສະມາຊິກລັດຖະສະພາລະຫວ່າງພັກ ທີ່ເອົາໃຈໃສ່ເຖິງ ຫວຽດນາມ (APPG) ໂດຍທ່ານ George Howard ປະທານ APPG ນຳໜ້າ, ທ່ານນາງຮອງປະທານສະພາແຫ່ງຊາດ ຕອບບັນດາບັນຫາ ເຊິ່ງບັນດາສະມາຊິກ APPG ມີຄວາມສົນໃຈ. ກ່ຽວກັບບັນດາການຂັດແຍ້ງກັນຢູ່ທະເລຕາເວັນອອກ, ທ່ານນາງຮອງປະທານສະພາແຫ່ງຊາດ ເນັ້ນໜັກວ່າ: ນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ແມ່ນບັນດາຝ່າຍເຄົາລົບ ແລະ ຮັກສາສະພາບເດີມ. ບໍ່ນຳໃຊ້ ຫຼື ນາບຂູ່ນຳໃຊ້ກຳລັງອາວຸດ, ແກ້ໄຂການຂັດແຍ້ງ ກັນໂດຍຜ່ານການເຈລະຈາສັນຕິພາບ ບົນພື້ນຖານເຄົາລົບເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ, ເໝາະສົມກັບກົດໝາຍສາກົນ, ພິເສດແມ່ນສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 ແລະ ຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC). ກ່ຽວກັບວຽກງານຕ້ານນ້ຳທະເລຊຶມເຂົ້າ, ຫວຽດນາມ ຖືນີ້ແມ່ນບຸລິມະສິດແຫ່ງຊາດ ແລະ ພວມມານະພະຍາຍາມຊອກຫາວິທີແກ້ໄຂ ດ້ວຍການຊ່ວຍເຫຼືອຈາກຫລາຍປະເທດ, ໃນນັ້ນມີລາຊະອານາຈັກ ອັງກິດ.