ຍູ້ແຮງການຮ່ວມມືລະຫວ່າງຊາວຫນຸ່ມນະຄອນໂຮ່ຈິມີນກັບຊາວຫນຸ່ມລາວແລະກຳປູເຈຍ

(VOVWORLD) -ຕອນບ່າຍວັນທີ 8 ກັນຍາ ທ່ານ ເຕີດແທ່ງກາງ, ຮອງເລຂາຜູ້ປະຈຳຄະນະພັກນະຄອນ ໂຮ່ຈິມີນ ໄດ້ໃຫ້ການຕ້ອນຮັບບັນດາຄະນະຊາວຫນຸ່ມປະຊາຊົນປະຕິວັດລາວ ແລະ ຄະນະຊາວຫນຸ່ມສະຫະພັນຊາວຫນຸ່ມ ກຳປູເຈຍ ພວມປະຕິບັດງານ ແລະ ເຂົ້າຮ່ວມກອງປະຊຸມຮ່ວມມືຊາວຫນຸ່ມ ຫວຽດນາມ - ລາວ -ກຳປຸເຈຍ ປີ 2017 ຊື່ງຖືກຈັດຂຶ້ນຢູ່ ນະຄອນໂຮ່ຈິມີນ.
ຍູ້ແຮງການຮ່ວມມືລະຫວ່າງຊາວຫນຸ່ມນະຄອນໂຮ່ຈິມີນກັບຊາວຫນຸ່ມລາວແລະກຳປູເຈຍ - ảnh 1 ທ່ານເຕີດແທ່ງກາງ ຮອງເລຂາຜູ້ປະຈຳຄະນະພັກນະຄອນ ໂຮ່ຈິມີນ ມອບເຄື່ອງທີ່ນະລຶກໃຫ້ຄະນະຊາວຫນຸ່ມລາວ

ເມື່ອຕ້ອນຮັບຄະນະຊາວຫນຸ່ມປະຊາຊົນປະຕິວັດລາວ, ໂດຍທ່ານ ສອນທະນຸ ທຳມະວົງ, ເລຂາທີຫນຶ່ງ ຄະນະຊາວຫນຸ່ມ ປະຊາຊົນປະຕິວັດລາວ ເປັນຫົວຫນ້າຄະນະ, ທ່ານເຕີດແທ່ງກາງ ຢືນຢັນ: ນະຄອນໂຮ່ຈິມີນ ພ້ອມແລ້ວທີ່ຈະ ຮ່ວມມືກັບບັນດາທ້ອງຖິ່ນຂອງລາວ, ເປັນຕົ້ນແມ່ນການແບ່ງປັນແລກປ່ຽນບົດຮຽນ, ຍົກສູງຄຸນນະພາບແຫລ່ງຊັບພະຍາກອນມະນຸດພະນັກງານຫນຸ່ມ. ຍູ້ແຮງບັນດາການເຄື່ອນໄຫວຮ່ວມມືຊາວຫນຸ່ມຂອງສອງປະເທດກວ່າອີກ, ເພື່ອແນໃສ່ເສີມຂະຫຍາຍຄວາມຮູ້ ແລະກຳລັງແຮງ, ສ້າງກຳລັງຫນູນພັດທະນາຢ່າງກວ້າງຂວາງລະຫວ່າງບັນດາທ້ອງຖິ່ນຂອງລາວ ແລະ ນະຄອນ ໂຮ່ຈິມີນ. 

ຕອບກັບ

ຂ່າວ/ບົດ​ອື່ນ