ຍູ້ແຮງການຮ່ວມສຳພັນລະຫວ່າງເຂດເພື່ອພັດທະນາເສດຖະກິດ

ຍູ້ແຮງການຮ່ວມສຳພັນລະຫວ່າງເຂດເພື່ອພັດທະນາເສດຖະກິດ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ
ກ່າວຄຳ​ເຫັນ​ທີ່​ການ​ປະຊຸມ
(ພາບ: Chinhphu.vn)

(vovworld) – ​ ​ກ່າວຄຳ​ເຫັນ​ທີ່​ການ​ປະຊຸມ​ແລກ​ປ່ຽນ​ວຽກ​ງານຄັ້ງ​ທີ 3 ຄະນະ​ຊີ້​ນຳ​ເຂດ​ໄຕ​ບັກ, ​ເຂດ​ໄຕ​ງວຽນ ​ແລະ ​ເຂດທາງຕາ​ເວັນ​ຕົກ​ພາກ​ໃຕ້, ​ຊື່​ງ​ດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 17/3, ຢູ່​ນະຄອນ ​ເກີນ​ເທີ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ສະ​ເໜີ​ບັນດາ​ຄະນະ​ຊີ້​ນຈຶ່ງຳ​ກຳ​ແໜ້ນ ​ແລະ ຕີ​ລາຄາ​ສະພາບ​ການຮັບປະກັນ​ການ​ປ້ອງ​ກັນ​ຄວາມ​ສະຫງົບ​ເຂດ​ຊາຍ​ແດນ, ຍົກ​ສູງ​ປະສິດທິ​ຜົນວຽກ​ງານ​ພົວພັນ​ຕ່າງປະ​ເທດ, ພັດທະນາ​ເສດຖະກິດ​ເຂດ​ຊາຍ​ແດນ. ພ້ອມ​ທັງ, ສຸມ​ໃສ່​ຕໍ່ສູ້​ປ້ອງ​ກັນ​ຕ້ານ​ການ​ຄ້າຂາຍ​ຢາ​ເສບ​ຕິດ, ການ​ຄ້າ​ເຖື່ອນ​ສາກົນ​ຜ່ານ​​ຊາຍ​ແດນ. ກ່ຽວ​ກັບ​ບັນຫາ​ຮ່ວມ​ສຳພັນລະຫວ່າງ​ເຂດ ເພື່ອ​ພັດທະນາ​ເສດຖະກິດ, ສ້າງ​ຊີ​ວິດ​ການເປັນ​ຢູ່​ໃຫ້​ປະຊາຊົນ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ເນັ້ນ​ໜັກ​ວ່າ:

        ການ​ຮ່ວມ​ສຳພັນ​ລະຫວ່າງເຂດ​ແມ່ນ​ບັນຫາ​​ໃຫຍ່​ຄວນ​ສືບ​ຕໍ່​ຄົ້ນ​ຄ້ວາ ​ແລະ ​ເຮັດ​ແຈ້ງ​ນັບທັງດ້ານ​ເສດຖະກິດ, ວັດທະນະທຳ. ສາມັກຄີ, ​ເອກະ​ພາບ​ດ້ວຍກັນ​ເພື່ອ​ພາລະກິດ​ລວມ​​ເພື່ອປະຕິບັດ​ສຳ​ເລັດ​ວຽກ​ງານນີ້. ​ພວກ​ຂ້າພະ​ເຈົ້າ​ສະ​ເໜີ​ບັນດາ​ການ​ນຳ​ຂະ​ແໜງ​ການ, ບັນດາ​ອົງການ​ສັງ​ລວມຄິດ​ໄລ່, ບໍລິຫານ, ​ເພື່ອ​​ໃຫ້ບັນດາ​ເຂດ​ຮ່ວມ​ສຳພັນ​ດ້ວຍ​ຕົນ​ເອງ​ ພ້ອມ​ກັນຜະລິດ​ອອກຜະລິດ​ຕະພັນ ​ແລະ ​ແນວ​ປູກ.

​        ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ​ເມື່ອ​ເຮັດ​ວຽກ​ກັບກອງ​ບັນຊາ​ການ​ທະຫານ​ເຂດ 9, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ສະ​ເໜີໃນ​ໄລຍະ​ຈະ​ມາ​ເຖິງ, ກອງ​ບັນຊາ​ການ​ທະຫານ​ເຂດ 9 ສື​ບຕໍ່​ສຸມ​ໃສ່​ສ້າງ​ຖັນ​ແຖວ​ພະນັກງານ, ​ນັກຮົບ​ທີ່​ສັດ​ຊື່ບໍລິສຸດ ​ແລະ ໝັ້ນຄົງ, ​ແຂັ້ມ​ແຂງ. ພ້ອມ​ທັງ​, ປະຕິບັດ​ວຽກ​ງານ​ເບິ່ງ​ແຍງ​ຊີວິດ​ການ​ເປັນ​ຢູ່​ໃຫ້​ປະຊາຊົນ​ໃນ​ບໍລິ​ເວນ​ ​ແລະ  ປະຕິບັດບົດບາດ​ແນວ​ຫຼັງກອງທັບ, ຕອບ​ບຸນ​ແທນ​ຄູນ​ເປັນ​ຢ່າງ​ດີ.

ຂ່າວ/ບົດ​ອື່ນ