ທ່ານ ຫງວຽນທ້ຽນເຍີນ ທີ່ກອງປະຊຸມ
(ພາບ: VGP/Hoàng Long) |
(vovworld) – ຕອນເຊົ້າວັນທີ 15/3, ຢູ່ຮ່າໂນ້ຍ, ຄະນະຊີ້ນຳສູນກາງບັ້ນຂົນຂວາຍ “ຊາວ ຫວຽດນາມ ບຸລິມະສິດນຳໃຊ້ສິນຄ້າ ຫວຽດນາມ” ໄດ້ຈັດຕັ້ງກອງປະຊຸມສະຫລຸບປີ 2015 ແລະ ຜັນຂະຫຍາຍໜ້າທີ່ປີ 2016. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຫງວຽນທ້ຽນເຍີນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຢືນຢັນວ່າ: ໃນສະພາບການເຊື່ອມໂຍງດ້ານເສດຖະກິດຢ່າງເລິກເຊິ່ງ ແລະ ກ້ວາງຂວາງ, ບັ້ນຂົນຂວາຍ “ຊາວ ຫວຽດນາມ ບຸລິມະສິດນຳໃຊ້ສິນຄ້າ ຫວຽດນາມ ມີຄວາມໝາຍສຳຄັນທີ່ສຸດສຳລັບການພັດທະນາຂອງປະເທດຊາດ. ຄວນເອົາໃຈໃສ່ຍູ້ແຮງການຜະລິດສິນຄ້າ ຫວຽດນາມ ໃຫ້ດີກ່ວາ, ມີລາຄາແກ່ງແຍ້ງ, ປະຕິບັດບັ້ນຂົນຂວາຍຖືກຕ້ອງຕາມຈຸດໝາຍ: ຊາວ ຫວຽດນາມ ບຸລິມະສິດ ນຳໃຊ້ສິນຄ້າ ຫວຽດນາມ ທີ່ມີຄຸນນະພາບ”. ທ່ານ ຫງວຽນທ້ຽນເຍີນ ຖືວ່າ: ໃນປີ 2016, ຕ້ອງກວດກາຄືນສະພາບການຕົວຈິງຂອງການຜະລິດ, ຈຳໜ່າຍ, ອຸປະໂພກບໍລິໂພກ ສິນຄ້າຂອງ ຫວຽດນາມ ຢູ່ພາຍໃນປະເທດ, ເພີ່ມທະວີການໂຄສະນາເຜີຍແຜ່ໃຫ້ແກ່ບັ້ນຂົນຂວາຍ. ຄຽງຄູ່ກັນນັ້ນ, ຕ້ອງກວດກາ, ພັດທະນາໂຄງການກຳນົດສິນຄ້າ ຫວຽດນາມ, ບັນດາງານຕະຫຼາດນັດສິນຄ້າ ຫວຽດນາມ, ລະບົບບັນດາສະຖານທີ່ຂາຍສິນຄ້າ ຫວຽດນາມ ຢູ່ທ້ອງຖິ່ນ, ໜູນຊ່ວຍຊາວກະສິກອນຈຳໜ່າຍຜະລິດຕະພັນກະເສດ.