ຍູ້​ແຮງ​ບັນ​ດາ​ຂະ​ບ​ວນ​ການ​ຊາວ​ໜຸ່ມ​ອາ​ສາ​ສະ​ໝັກ​, ໄວ​ໜຸ່ມ​ມີ​​ຫົວ​ຄິດ​ປະ​ດິດ​ສ້າງ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ

(VOVWORLD) -ຕອນເຊົ້າວັນທີ 26 ມີນາ, ຢູ່ຮ່າໂນ້ຍໄດ້ດຳເນີນການໂອ້ລົມສົນທະນາທາງອອນລາຍລະຫວ່າງທ່ານເລກວ໊ກຟອງເລຂາຜູ້ທີໜຶ່ງສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນແລະສະມາຊິກຊາວໜຸ່ມໃນທົ່ວປະເທດ.
ຍູ້​ແຮງ​ບັນ​ດາ​ຂະ​ບ​ວນ​ການ​ຊາວ​ໜຸ່ມ​ອາ​ສາ​ສະ​ໝັກ​, ໄວ​ໜຸ່ມ​ມີ​​ຫົວ​ຄິດ​ປະ​ດິດ​ສ້າງ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ - ảnh 1ທ່ານເລກວ໊ກຟອງເລຂາຜູ້ທີໜຶ່ງສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ (ພາບ: Tuoitre.vn) 

ທີ່ການໂອ້ລົມສົນທະນາ, ທ່ານເລກ໊ວກຟອງຢັ້ງຢືນວ່າ: ການຍູ້ແຮງບັນດາຂະບວນການຊາວໜຸ່ມອາສາສະໝັກ, ໄວໜຸ່ມມີຫົວຄິດປະດິດສ້າງເພື່ອແນໃສ່ສ້າງເງື່ອນໄຂໃຫ້ແກ່ຊາວໜຸ່ມເສີມຂະຫຍາຍຄວາມສາມາດບົ່ມຊ້ອນໃນບັນດາຂົງເຂດ, ປະກອບສ່ວນຊຸກຍູ້ການພັດທະນາຂອງປະເທດຊາດ.

        ເມື່ອຕອບຄຳຖາມທີ່ວ່າໃນຍຸກ 4.0, ຊາວໜຸ່ມຫວຽດນາມຕ້ອງກະກຽມບັນດາທັກສະໃດແດ່ເພື່ອເຊື່ອມໂຍງເຂົ້າກັບສາກົນ, ທ່ານເລກ໊ວກຟອງຖືວ່າ:

        ທັກສະທີ່ຈຳເປັນໃນໄລຍະເຊື່ອມໂຍງແມ່ນພາສາຕ່າງປະເທດ. ຊາວໜຸ່ມແຕ່ລະຄົນຕ້ອງມີຄວາມຊຳນານພາສາຕ່າງປະເທດໃດໜຶ່ງ. ປັດຈຸບັນ, ພວກຂ້າພະເຈົ້າເລືອກເອົາພາສາອັງກິດແມ່ນພາສາທົ່ວໂລກ. ພວກເພື່ອນຕ້ອງກະກຽມທັກສະຕ່າງໆໃນການພົວພັນແລກປ່ຽນ, ທັກສະທີ່ເໝາະສົມກັບວຽກງານຂອງຕົນ.

        ຕໍ່ໜ້າເລື່ອງຫວຽດນາມພວມເພີ່ມທະວີການຮ່ວມມືຊາວໜຸ່ມກັບບັນດາປະເທດໃນໂລກ, ສູນກາງຄະນະຊາວໜຸ່ມໄດ້ມີບັນດາກຳນົດທິດ, ວິທີການແກ້ໄຂຍຸດທະສາດເພື່ອຕັ້ງໜ້າໜູນຊ່ວຍໃຫ້ແກ່ຂະບວນການStarupຂອງຊາວໜຸ່ມໃນສະພາບການເຊື່ອມໂຍງເຂົ້າກັບສາກົນ.

        ເມື່ອແບ່ງປັນກ່ຽວກັບການເຄື່ອນໄຫວສ້າງສະພາບແວດລ້ອມ, ເງື່ອນໄຂເພື່ອໜູນຊ່ວຍຊາວໜຸ່ມພິການປະຕິບັດຄວາມໃຝ່ຝັນຂອງຕົນແລະປະກອບສ່ວນໃຫ້ແກ່ປະເທດຊາດ. ທ່ານເລກ໊ວກຟອງເນັ້ນໜັກວ່າ: ສູນກາງສະຫະພັນຊາວໜຸ່ມຫວຽດນາມໄດ້ມີບັນດາສະໂມສອນຊາວໜຸ່ມພິການເພື່ອໃຫ້ບັນດາເພື່ອນແບ່ງປັນຄວາມຕ້ອງການແລະຊ່ວຍເຫຼືອເຊິ່ງກັນແລະກັນ, ພ້ອມກັນພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ