ຍູ້ແຮງວຽກງານຫັນລັດວິສາຫະກິດເປັນຫຸ້ນສ່ວນກວ່າອີກ

(VOVWORLD) -ວັນທີ 28 ພຶດສະພາ, ທີ່ຫໍປະຊຸມ, ສະພາແຫ່ງຊາດຫວຽດນາມໄດ້ປຶກສາຫາລືກ່ຽວກັບການປະຕິບັດນະໂຍບາຍ, ກົດໝາຍວ່າດ້ວຍການຄຸ້ມຄອງ, ນຳໃຊ້ທຶນ, ຊັບສິນຂອງລັດຢູ່ບັນດາວິສາຫະກິດ ແລະ ການຫັນລັດວິສາຫະກິດເປັນຫຸ້ນສ່ວນ ໄລຍະ 2011 – 2016.

ຍູ້ແຮງວຽກງານຫັນລັດວິສາຫະກິດເປັນຫຸ້ນສ່ວນກວ່າອີກ - ảnh 1 ສະພາແຫ່ງຊາດປຶກສາຫາລືກ່ຽວກັບການຄຸ້ມຄອງ, ນຳໃຊ້ທຶນ, ຊັບສິນຂອງລັດທີ່ກອງປະຊຸມ

ຕາມບົດລາຍງານຂອງຄະນະຕິດຕາມກວດກາຂອງສະພາແຫ່ງຊາດກ່ຽວກັບການປະຕິບັດນະໂຍບາຍ, ກົດໝາຍວ່າດ້ວຍການຄຸ້ມຄອງ, ນຳໃຊ້ທຶນ, ຊັບສິນຂອງລັດຢູ່ວິສາຫະກິດ ແລະ ຫັນລັດວິສາຫະກິດເປັນຫຸ້ນສ່ວນໄລຍະ 2011 – 2016, ໂດຍການສະເໜີຂອງທ່ານ ຫວູໂຮ່ງແທງ ກຳມາທິການເສດຖະກິດຂອງສະພາແຫ່ງຊາດ ກ່ຽວກັບຂອບຂະໜາດທຶນຮອນຂອງເຈົ້າກຳມະສິດບັນດາລັດວິສາຫະກິດດ້ວຍທຶນຂອງລັດ 100% ແມ່ນລ້ວນແຕ່ເພິ່ມຂຶ້ນ. ທ່ານ ຫວູໂຮ່ງແທງ ໃຫ້ຮູ້ວ່າ: ໄລ່ຮອດວັນທີ 31 ທັນວາ 2016, ພາຍຫຼັງດຳເນີນການສ້າງໂຄງປະກອບຄືນໃໝ່, ຍັງເຫຼືອພຽງ 583 ວິສາຫະກິດ ໂດຍລັດມີທຶນ 100%.

        “ລັດວິສາຫະກິດຫັນປ່ຽນຕາມທິດລວມສູນເຂົ້າໃນບັນດາຂະແໜງອາຊີບສຳຄັນຂອງພື້ນຖານເສດຖະກິດ ຫຼືບັນດາຂົງເຂດ ທີ່ວິສາຫະກິດເອກະຊົນບໍ່ລົງທຶນ. ຫຼາຍລັດວິສາຫະກິດ ນຳໜ້າໃນຂົງເຂດລົງທຶນ, ຖ່າຍທອດເຕັກໂນໂລຢີ, ເຊື່ອມໂຍງເຂົ້າກັບເສດຖະກິດສາກົນ, ຕະຫຼາດເປັນປົກກະຕິ… ເລື່ອງຮັບປະກັນ ແລະ ເຕີບໂຕແຫຼ່ງທຶນ ບັນລຸໄດ້ໝາກຜົນເປັນໜ້າຊື່ນຊົມ; ການມອບເຂົ້າງົບປະມານແຫ່ງລັດມີທ່າອ່ຽງຕັ້ງໜ້າ, ສ່ວນຫຼາຍແມ່ນມີກຳໄລ ແລະ ຜົນກຳໄລເພີ່ມຂຶ້ນ”.

        ບັນດາສະມາຊິກສະພາແຫ່ງຊາດ ໄດ້ສະເໜີລັດຖະບານ ຍູ້ແຮງວຽກງານຫັນລັດວິສາຫະກິດເປັນຫຸ້ນສ່ວນ; ປະຕິບັດວຽກງານຄຸ້ມຄອງວິສາຫະກິດ, ຄຸ້ມຄອງທຶນຮອນ ແລະ ຊັບສິນສາທາລະນະໃຫ້ເປັນຢ່າງດີ.

ຕອບກັບ

ຂ່າວ/ບົດ​ອື່ນ