ຍູ້ໄວລະດັບຄວາມຄຶບໜ້າ ໃນການສັບຊ້ອນ, ສ້າງໂຄງປະກອບລັດ ວິສາຫະກິດ
(ພາບປະກອບ: Ngọc Hà/TTXVN)
(vovworld)- ຕອນເຊົ້າວັນທີ 28/3, ກ່າວຄຳເຫັນທີ່ການປະຊຸມຄະນະຊີ້ນຳປ່ຽນໃໝ່ ແລະ ພັດທະນາວິສາຫະກິດ, ຕີລາຄາການປະຕິບັດໜ້າທີ່ປີ 2013 ແລະ 3 ເດືອນຕົ້ນປີ 2014; ພ້ອມທັງຜັນຂະຫຍາຍໂຄງການປະຕິບັດງານແຕ່ນີ້ຮອດທ້າຍປີ, ທ່ານຮອງນາຍົກລັດຖະມົນຕີຫວູ້ວັງນິງ ຖືວ່າ: ປີ 2013 ແລະ 3 ເດືອນຕົ້ນປີ 2014, ຄະນະຊີ້ນຳໄດ້ປະຕິບັດໜ້າທີ່ໄດ້ວາງອອກເປັນຢ່າງດີ, ເປັນເຈົ້າການສົມທົບກັບບັນດາອົງການກ່ຽວຂ້ອງ, ຄົ້ນຄ້ວາຍື່ນສະເໜີຕໍ່ລັດຖະບານ, ນາຍົກລັດຖະມົນຕີເພື່ອພິຈາລະນາປະກາດໃຊ້ບັນດາກົນໄກ, ນະໂຍບາຍທີ່ເໝາະສົມກ່ຽວກັບການສັບຊ້ອນ, ປ່ຽນໃໝ່ວິສາຫະກິດ.
ກ່ຽວກັບແຜນການປະຕິບັດວຽກງານໃນ 9 ເດືອນທ້າຍປີ 2014, ທ່ານຮອງນາຍົກລັດຖະມົນຕີຫວູ້ວັງນິງ ເຫັນດີ ແລະ ຮຽກຮ້ອງຄະນະຊີ້ນຳຈົ່ງຊຸກຍູ້ກະຊວງກໍ່ສ້າງຍື່ນສະໜີຕໍ່ລັດຖະບານ, ນາຍົກລັດຖະມົນຕີເພື່ອປະກາດໃຊ້ບັນດາກົນໄກ, ນະໂຍບາຍຕາມແຜນການໄດ້ວາງອອກໂດຍໄວ. ນອກຈາກນັ້ນ, ຄະນະຊີ້ນຳກໍ່ຕ້ອງກວດກາການປະຕິບັດບັນດາວິທີການສັບຊ້ອນ, ແຜນຮ່າງສ້າງໂຄງປະກອບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ກຸ່ມບໍລິສັດ, ບໍລິສັດໃຫ່ຍຂອງລັດຄືນໃໝ່ ຊື່ງໄດ້ຮັບການເຊັນອະນຸມັດຈາກລັດຖະບານແລ້ວ; ສຸມໃສ່ຮັບປະກັນຄວາມຄຶບໜ້າໃນການຫັນເປັນຫຸ້ນສ່ວນ./.