ດັກນົງ ພົບປະບັນດາຜູ້ມີຍົດຖາບັນດາສັກໃນໂອກາດວັນບຸນ ຄຼິດສມາດ

ດັກນົງ ພົບປະບັນດາຜູ້ມີຍົດຖາບັນດາສັກໃນໂອກາດວັນບຸນ ຄຼິດສມາດ  - ảnh 1

 ບັນດາຜູ້​ມີ​ຍົດ​ຖາ​ບັນດາສັກຂອງ​​ສາສະໜາຄຼິດ ​ແລະ ຂ່າວ​ປະ​ເສີດ

ເຂົ້າຮ່ວມງານພົບປະ
(ພາບ: ອິນເຕີແນດ)

(vovworld) - ວັນ​ທີ 13/12,  ການ​ນຳ​ແຂວງ ດັກ​ນົງ ​ໄດ້​ຈັດ​ພິທີ​ພົບ​ປະ​ສັງ​ສັນຜູ້​ມີ​ຍົດ​ຖາ​ບັນດາສັກຂອງ​​ສາສະໜາຄຼິດ ​ແລະ ຂ່າວ​ປະ​ເສີດ​​ໃນ​ແຂວງກວ່າ 60 ອົງ​ເນື່ອງໃນ​ໂອກາດວັນ​ບຸນ ຄຼິດສມາດ 2012. ຜູ້ຕາງໜ້າການ​ນຳ​ແຂວງ ​ໄດ້​ຍ້ອງຍໍ​ສັນລະ​ເສີນ​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ​ຜູ້​ມີ​ຍົດ​ຖາ​ບັນດາສັກ ​ໃນ​ການ​ປຸກລະດົມ​ປະຊາ​ຄົມ​ຊາວ​ຄຼິດປະຕິບັດ​ບັນດາ​ຂະ​ບວນການ​ແຂ່ງຂັນ​ຮັກ​ຊາດ, ຍົກ​ສູງ​ຈິດ​ໃຈ​ສາມັກຄີ, ຊ່ວຍ​ເຫຼືອ​ກັນ​ພັດທະນາ​ເສດຖະກິດ, ລົບ​ລ້າງ​ຄວາມທຸກ​ຍາກ​ອຶດ​ຫີ​ວ, ​ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ລວມຂອງ​ແຂວງ. ການ​ນຳ​ແຂວງ ດັກ​ນົງ​ ຫວັງ​ວ່າ, ດ້ວຍ​ອິດ​ທິພົນ​ຊື່​ສຽງ, ຄວາມ​ຮັບຜິດຊອບ​ຂອງ​ຕົນ, ບັນດາ​ຜູ້​ມີ​ຍົດ​ຖາ​ບັນດາສັກຈະ​ພະຍາຍາມ​ກວ່າ​ອີກ​ໃນ​ການ​ໂຄສະນາ, ຂົນຂວາຍ​ຊາວ​ຄຼິດປະຕິບັດ​ບັນດາ​ແຜນ​ນະ​ໂຍບາຍ, ​ແນວທາງ​ຂອງ​ພັກ, ນະ​ໂຍບາຍ, ກົດໝາຍ​ຂອງ​ລັດ, ”​ເຄົາລົບ​ພະ​ເຢຊູ, ຮັກ​ຊາດ”, ”ປະຕິບັດ​ວຽກງານ​ສາ​ສະໜາ ​ແລະ ວຽກ​ງານ​ສັງຄົມ​ເປັນ​ຢ່າງ​ດີ” ປະກອບສ່ວນ​ສ້າງສາ​ປະ​ເທດ​ຊາດ.

ຂ່າວ/ບົດ​ອື່ນ