ດຶງດູດການລົງທຶນໂດຍກົງຈາກຕ່າງປະເທດປີ2016ຈະລື່ນກາຍປີິ2015
(ພາບປະກອບ)
(vovworld) – ແງ່ຫວັງດຶງດູດການລົງທຶນໂດຍກົງຈາກຕ່າງປະເທດ (FDI) ຂອງຫວຽດນາມ ປີ 2016 ໄດ້ຮັບການຕີລາຄາວ່າມີສັນຍານປະເອີບໃຈກວ່າປີ 2015, ໃນສະພາບທີ່ບັນດາສັນຍາການຄ້າເສລີ (FTA) ລຸ້ນໃໝ່ ສືບຕໍ່ໄດ້ຮັບການລົງນາມ ແລະ ມີິຜົນສັກສິດ, ພິເສດແມ່ນສັນຍາຄູ່ຮ່ວມມືຂ້າມປາຊີຟິກ ຫາກໍ່ໄດ້ຮັບການລົງນາມ. ຕາມກົມລົງທຶນຕ່າງປະເທດ, ກະຊວງແຜນການ ແລະ ການລົງທຶນແລ້ວ, ໄລ່ຮອດທ້າຍເດືອນ 01, ທົ່ວປະເທດດຶງດູດເງິນລົງທຶນກວ່າ 1,3 ຕື້ USD, ເພີ່ມຂຶ້ນທົບ 2 ເທົ່າເມື່ອທຽບໃສ່ໄລຍະດຽວກັນຂອງປີ 2015.