ດຶງດູດຜູ້ມີຄວາມເຄັ່ງກ້າສາມາດເຂົ້າເຮັດວຽກຢູ່ບັນດາອົງການຈັດຕັ້ງຂຶ້ນກັບລະບົບການເມືອງຂອງປະເທດຊາດ

(VOVWORLD) -ຕອນບ່າຍວັນທີ 10 ມິຖຸນາ, ສະພາແຫ່ງຊາດປຶກສາຫາລືກ່ຽວກັບຮ່າງກົດໝາຍປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍພະນັກງານ, ພາລະກອນ ແລະ ກົດໝາຍວ່າດ້ວຍລັດຖະກອນ.

ປຶກສາຫາລືທີ່ຫໍປະຊົມ, ສະມາຊິກສະພາແຫ່ງຊາດຫຼາຍທ່ານຖືວ່າ: ເພື່ອໃຫ້ມີຖັນແຖວລັດຖະກອນຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການດ້ານໜ້າທີ່ຂອງພັກ ແລະ ລັດ, ສິ່ງສຳຄັນແມ່ນການຮັບສະໝັກ; ໃນນັ້ນວິທີການ ແລະ ເນື້ອໃນຮັບສະໝັກແມ່ນປັດໃຈແກ່ນສານ. ກ່ຽວກັບເລື່ອງຮັບສະໝັກ, ບັນດາສະມາຊິກສະພາແຫ່ງຊາດເນັ້ນໜັກວ່າ, ຮ່າງກົດໝາຍຄວນສືບຕໍ່ຄົ້ນຄວ້າ, ກວດກາແຕ່ລະກໍລະນີຮັບສະໝັກຢ່າງລະອຽດ ເພື່ອຮັບປະກັນລັກສະນະເໝາະສົມ, ຕອບສະໜອງຫຼັກການຮັບສະໝັກລັດຖະກອນໃຫ້ເໝາະສົມກັບຕຳແໜ່ງເຮັດວຽກ, ປະຕິບັດຢ່າງຄົບຖ້ວນແຜນນະໂຍບາຍດຶງດູດຜູ້ມີຄວາມເກັ່ງກ້າສາມາດເຂົ້າເຮັດວຽກໃນບັນດາອົງການຈັດຕັ້ງຂຶ້ນກັບລະບົບການເມືອງ.

        ກ່ອນໜ້ານັ້ນ, ດ້ວຍບັດເຫັນດີເຫັນພ້ອມຢ່າງສູງ, ບັນດາສະມາຊິກສະພາແຫ່ງຊາດໄດ້ຮັບຮອງເອົາມະຕິເພີ່ມເຕີ່ມ 1 ມາດຕາໃສ່ມະຕິເລກທີ 81 ຂອງສະພາແຫ່ງຊາດ ກ່ຽວກັບການປະຕິບັດກົດໝາຍວ່າດ້ວຍການຈັດຕັ້ງສານປະຊາຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ