ດັດຊະນີຄວາມເຊື້ອໝັ້ນເສດຖະກິດພາກພື້ນ EUROZONE ເພີ່ມຂຶ້ນໃນລະດັບສູງສຸດໃນຮອບ 2 ປີມານີ້
(ພາບປະກອບ)
|
(Vovworld)- ພາຍຫຼັງຖືກຕົກຢູ່ໃນສະພາບອຶດອາດຊັກຊ້າມາເປັນເວລາ ຫຼາຍເດືອນ, ດັດຊະນີຄວາມເຊື້ອໝັ້ນຂອງພື້ນຖານເສດຖະກິດພາກພື້ນໃຊ້ສະກູນເງິນເອີໂຣ ໃນເດືອນ 9 ໄດ້ເພີ່ມຂຶ້ນໃນລະດັບສູງສຸດໃນຮອບ 2 ປີມານີ້. ບັນດາຂໍ້ມູນໂດຍ EC ປະກາດຢ່າງເປັນທາງການເມື່ອວັນທີ 27/9 ໄດ້ສະແດງໃຫ້ເຫັນວ່າ ດັດຊະນີດ້ານຈິດຕະເສດຖະກິດໃນເດືອນ 9 ໄດ້ເພີ່ມ 1,6 ຄະແນນ ຂຶ້ນເປັນ 96,9 ຄະແນນຢູ່ ພາກພື້ນໃຊ້ສະກູນເງິນເອີໂຣ ແລະ ເພີ່ມ 2,4 ຄະແນນ ຂຶ້ນເປັນ 100,4 ຄະແນນໃນ EU . 3 ປະເທດໃນຈຳນວນ 5 ປະເທດທີ່ມີພື້ນຖານເສດຖະກິດໃຫຍ່ກ່ວາໝູ່ໃນ ພາກພື້ນໃຊ້ສະກູນເງິນເອີໂຣ ໄດ້ມີການປົວແປງກ່ຽວກັບ ດັດຊະນີຄວາມເຊື້ອໝັ້ນຂອງພື້ນຖານເສດຖະກິດ ຊຶ່ງລວມມີ : ແອດສປາຍ, ອີຕາລີ ແລະ ຝະລັງ. ສ່ວນ ດັດຊະນີຄວາມເຊື້ອໝັ້ນດ້ານເສດຖະກິດຂອງເຢຍລະມັນຊຶ່ງແມ່ນພື້ນຖານເສດຖະກິດນຳໜ້າເອີລົບ ແມ່ນບໍ່ປ່ຽນແປງ.