ດ່ານັ້ງຜັນຂະຫຍາຍແຜນຮ່າງກໍ່ສ້າງນະຄອນສະຫຼາດ

ດ່ານັ້ງຜັນຂະຫຍາຍແຜນຮ່າງກໍ່ສ້າງນະຄອນສະຫຼາດ - ảnh 1
(ທ່ານ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​
ປະ​ເທດ​ຊາດ​ຫວຽດ​ນາມ ຫງວຽນ​ທ້ຽນ​ເຍີນ ກ່າວ​ຄຳ​ເຫັນທີ່​ການ​ເຮັດ​ວຽກ)

(vovworld) - ທີ່​ການ​ເຮັດ​ວຽກ​ກັບ​ການ​ນຳ​ນະ​ຄອນ​ດ່ານັ້ງ ໃນ​ວັນ​ທີ 28/06, ທ່ານ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ຫງວຽນ​ທ້ຽນ​ເຍີນ ໄດ້​ຕີ​ລາ​ຄາ​ສູງ “ແຜນ​ຮ່າງກໍ່​ສ້າງ​ນະ​ຄອນ​ສະ​ຫຼາດຂອງ​ດ່ານັ້ງ”. ຕາມ​ທ່ານ ຫງວຽນ​ທ້ຽນ​ເຍີນ​ ແລ້ວ, ນີ້​ແມ່ນ​ມາດ​ຕະ​ການ​ແກ້​ໄຂ​ໃຫ້​ການ​ພັ​ດ​ທະ​ນາ​ເຂດ​ຕົວ​ເມືອງ​ຂອງ​ຫຼາຍ​ປະ​ເທດ​ໃນ​ໂລກ. ທຸກໆ​ການ​ເຄື່ອນ​ໄຫວ​ຄຸ້ມ​ຄອງ​ຂອງ​ທ້ອນ​ຖິ່ນລ້ວນ​ແຕ່​ມີ​ບົດ​ບາດ​ຂອງ​ປະ​ຊ​າ​ຊົນ, ຖ້າ​​ຫາກເສີມ​ຂະ​ຫຍາຍ​​ໄດ້ບົດ​ບາດ​ຂອງ​ປະ​ຊາ​ຊົນ ອ​ຳ​ນາດ​ການ​ປົກ​ຄອ​ງ​ຈະ​ເຄື່ອນ​ໄຫວ​ຢ່າງ​ມີ​ປະ​ສິດ​ທິ​ຜົນກວ່າ, ມີ​ຫົວ​ຄິດ​ປະ​ດິດ​ສ້າງກວ່າ. ທ່ານ ຫງວຽນ​ທ້ຽນ​ເຍີ​ນ ສະ​ເໝີ​ໃຫ້​ນະ​ຄອນ​ດ່ານັ້ງ​ສ້າງ​ຄະ​ນະ​ຊີ້​ນຳ​ການ​ຜັນ​ຂະ​ຫຍາຍ “ແຜນ​ຮ່າງກໍ່​ສ້າງ​ນະ​ຄອນ​ສະ​ຫຼາດ” ໂດຍ​ໄວ; ສຸມ​ໃສ່​​ການວາງ​ແຜ​ນ​ສັງ​ລວມ, ​ການບໍ​ລິ​ຫານ, ພ້ອ​ມ​ກັບ​ການ​ຄາດ​ຄະ​ເນ​ການ​ພັດ​ທະ​ນາ​ພົນ​ລະ​ເມືອງ, ​ຄວາມ​ສາ​ມາດ​ໃນ​ການສະ​ໜອງ​ນ້ຳ, ​ການພັດ​ທະ​ນາ​ອຸດ​ສາຫະ​ກຳ…

ຂ່າວ/ບົດ​ອື່ນ