ດ່າ​ນັ້ງ​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຈະ​ກາຍ​ເປັນ "Silicon Valley" ຂອງ ອາ​ຊີ​ຕ​າ​ເວັນ​ອອກ​ສ່ຽງ​ໃຕ້

(VOVWORLD) -ຕອນບ່າຍວັນທີ 17 ຕຸລາ, ພະແນກຖະແຫຼງຂ່າວ ແລະ ການສື່ສານນະຄອນດ່ານັ້ງ ໄດ້ຈັດ “ການໂອ້ລົມສົນທະນາກ່ຽວກັບການຫັນເປັນດີຈີຕອນ ແລະ ນະຄອນອັດສະລິຍະ” ລະຫວ່າງບັນດາວິສາຫະກິດ ຂະແໜງເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ການສື່ສານ (ICT) ຂອງ ອາເມລິກາ ແລະ ນະຄອນດ່ານັ້ງ.
ດ່າ​ນັ້ງ​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຈະ​ກາຍ​ເປັນ ານ Adam Sitkoff,  ປະທານສະຫະສະມາຄົມການຄ້າ ອາເມລິກາ ປະຈຳ ຮ່າໂນ້ຍ ກ່າວຄຳເຫັນທີ່ການໂອ້ລົມສົນທະນາ (ພາບ: TTXVN)

ກ່າວຄຳເຫັນທີ່ການໂອ້ລົມສົນທະນາ, ທ່ານຮ່ວາງແອັງຕູ, ຮອງຫົວໜ້າກົມຮ່ວມມືສາກົນ, ກະຊວງຖະແຫຼງຂ່າວ ແລະ ການສື່ສານ, ເນັ້ນໜັກວ່າ: ດ່ານັ້ງແມ່ນທ້ອງຖິ່ນມີເຂດອຸດສາຫະກຳສູງ, ເຂດເຕັກໂນໂລຢີຂໍ້ມູນຂ່າວສານຈຸດສຸມ, ສວນສາທາລະນະຊັອບແວຫຼາຍແຫ່ງ ທີ່ສຸດຢູ່ເຂດພາກກາງ. ພ້ອມກັບແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ພື້ນຖານໂຄງລ່າງຄົມມະນາຄົມຕົວເມືອງທີ່ສະດວກ, ມີການພັດທະນາ, ດ່ານັ້ງມີຄວາມສາມາດບົ່ມຊ້ອນຢ່າງໃຫຍ່ຫຼວງທີ່ສຸດທີ່ຈະກາຍເປັນ "Silicon Valley" ຂອງ ອາຊີຕາເວັນອອກສ່ຽງໃຕ້. ຖ້າຫາກວ່າມີການຮ່ວມມື, ລົງທຶນ, ເຕັກໂນໂລຢີ, ແຫຼ່ງເງິນທຶນ ຂອງບັນດາກຸ່ມບໍລິສັດເຕັກໂນໂລຢີທີ່ມາຈາກຮ່ອມພູ "Silicon Valley" ຂອງ ອາເມລິກາຕື່ມອີກນັ້ນ, ຄວາມສາມາດບົ່ມຊ້ອນກາຍເປັນ "Silicon Valley" ຂອງ ພາກພື້ນຈະປະກົດຜົນເປັນຈິງໃນໄລຍະສັ້ນ. ທ່ານ Adam Sitkoff,  ປະທານສະຫະສະມາຄົມການຄ້າ ອາເມລິກາ ປະຈຳ ຮ່າໂນ້ຍ, ໃຫ້ຮູ້ວ່າ ວິສາຫະກິດອາເມລິກາ ເຫັນໄດ້ຄວາມສາມາດບົ່ມຊ້ອນຂອງນະຄອນດ່ານັ້ງ ໃນຂົງເຂດຫັນເປັນດີຈີຕອນ ແລະ ຫວັງວ່າ ໂຄງການຈະສ້າງຂີດໝາຍໃນການຮ່ວມມືລະຫວ່າງສອງຝ່າຍ, ຍູ້ແຮງ ການຮ່ວມມື ແລະ ການລົງທຶນຂອງວິສາຫະກິດອາເມລິກາ ເຂົ້າມາດ່ານັ້ງກ່ວາອີກ.

ຕອບກັບ

ຂ່າວ/ບົດ​ອື່ນ