ດາຫນັງເລີ່ມຕົ້ນການເຄື່ອນໄຫວຕອບສະຫນອງສັບປະດາທະເລແລະໝູ່ເກາະຫວຽດນາມ

(VOVWORLD) -ຕອນເຊົ້າວັນທີ 2 ມິຖຸນາ, ຄະນະກຳມະການປະຊາຊົນນະຄອນ ດາຫນັງ ໄດ້ຈັດຕັ້ງພີທີເລີ່ມຕົ້ນການເຄື່ອນໄຫວຕອບສະຫນອງວັນມະຫາສະມຸດໂລກ (8 ມິຖຸນາ) ແລະ ສັບປະດາທະເລ ແລະ ໝູ່ເກາະ ຫວຽດນາມ. 

ດາຫນັງເລີ່ມຕົ້ນການເຄື່ອນໄຫວຕອບສະຫນອງສັບປະດາທະເລແລະໝູ່ເກາະຫວຽດນາມ - ảnh 1 ດາຫນັງເລີ່ມຕົ້ນການເຄື່ອນໄຫວຕອບສະຫນອງສັບປະດາທະເລແລະໝູ່ເກາະຫວຽດນາມ

ພາບ: baotainguyenmoitruong.vn

 ການນຳນະຄອນ ດາຫນັງ ໄດ້ຮຽກຮ້ອງທຸກຂັ້ນ, ຂະແຫນງການຕ່າງໆ ແລະ ອຳນາດການປົກຄອງທ້ອງຖິ່ນ ແລະ ປະຊາຊົນນະຄອນ ມຸ່ງໄປເຖິງເຂດທະເລໝູ່ເກາະຂອງບ້ານເກີດເມືອງນອນ, ຍົກສູງຄວາມຮັບຮູ້ກ່ຽວກັບບົດບາດຂອງທະເລ, ໝູ່ເກາະຫວຽດນາມສຳລັບພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ. ພາຍຫລັງພິທີ ມີປະຊາຊົນກວ່າ 2000 ຄົນໄດ້ເຂົ້າຮ່ວມເຮັດອະນາໄມສິ່ງແວດລ້ອມ. ຫົວຂໍ້ຂອງວັນມະຫາສະມຸດ ໂລກປີນີ້ ແມ່ນ “ຮ່ວມແຮງຮ່ວມໃຈຮັກສາສີຂຽວຂອງທະເລ”, ຮຽກຮ້ອງໃຫ້ທຸກຄົນຕ້ອງມີຄວາມຮັບຜິດຊອບໃນການເບິ່ງແຍງທະເລ, ມະຫາສະມຸດ ແລະ ສົ່ງເສີມບັນດາມາດຕະການກຳຈັດມົນລະພິດຈາກຂີ້ເຫຍື່ອ ແລະ ສະກັດກັ້ນຂີ້ເຫຍື່ອເປັນຢາງບົນທະເລ ເພື່ອມະຫາສະມຸດສະອາດກວ່າໃຫ້ອະນາຄົດສວຍງາມກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ