ດ່າໜັງຊຸກຍູ້ພັດທະນາການທ່ອງທ່ຽວແລະການພົວພັນດ້ານການຄ້າ,ການລົງທຶນກັບວິສາຫະກິດອັງກິດ

ດ່າໜັງຊຸກຍູ້ພັດທະນາການທ່ອງທ່ຽວແລະການພົວພັນດ້ານການຄ້າ,ການລົງທຶນກັບວິສາຫະກິດອັງກິດ - ảnh 1
ຄະນະ​ກາ​ນນ​​ຳນະຄອນ ດ່າ​ໜັງ ເຮັດ​ວຽກ​ຢູ່ສະຖານທູດ
ຫວຽດນາມ ປະຈຳ ອັງກິດ
(ພາຍ: vietnam+)

(vovworld) – ​​ ​ໃນ​ລະຫວ່າງ​ວັນ​ທີ 17 – 19/11, ຄະນະ​ກາ​ນນ​​ຳນະຄອນ ດ່າ​ໜັງ ​ໂດຍ​ທ່ານ ຫວໍ​ກົງ​ຈີ໋, ຮອງ​ເລຂາ​ຄະນະ​ພັກ​ນະຄອນ ນຳ​ໜ້າ ມີ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ລາຊະ​ອານາ​ຈັກ ອັງກິດ ​ເພື່​ອ​ແນ​ໃສ່​ຊຸກຍູ້​ພັດທະນາ​ການທ່ອງທ່ຽວ ​ແລະ ການ​ພົວພັນ​ການ​ຄ້າການ​ລົງທຶນກັບ​ບັນດາ​ວິ​ສາ​ຫະກິດ ອັງກິດ. ທີ່​ການ​ເຮັດ​ວຽກ​ກັບ​ສະພາ​ດຳ​ເນີນ​ທຸລະ​ກິດ ອັງກິດ - ​ອາ​ຊຽນ (UKABC), ຜູ້ອຳນວຍການ​ໃຫຍ່​ຝ່າຍບໍ​ລິຫານ​ສະພາ ທ່ານ Ross Hunter ຕີ​ລາຄາ​ສູງ​ຄວາມ​ສາມາດ​ບົ່ມ​ຊ້ອນ​ພັດທະນາ​ການທ່ອງ​ທ່ຽວ​ຂອງ ດ່າ​ໜັງ. ທ່ານ Hunter ກໍ​ແນະນຳ​ແຜນ​ການ​ຂອງ UKABC ຈັດ​ຕັ້ງ​ກອງ​ປະຊຸມ​ສາກົນ​ດ້ວຍ​ຫົວ​ຂໍ້​ວ່າ: ດຳ​ເນີນ​ທຸ​ລະ​ກິດ​ກັບ​ບັນດາ​ປະ​ເທດ ອາ​ຊຽນ ຢູ່ ລອນ​ດອນ ​ໃນ​ເດືອນ 4 ​ແລະ ງານ​ຕະຫລາດນັດ​ວາງສະ​ແດງ​ການ​ຄ້າ​ສາກົນ​ຢູ່ Liverpool ​ໃນ​ເດືອນ 6. ນີ້​ແມ່ນ​ກາລະ​ໂອກາດ​ທີ່ດີ ​ເພື່ອ​​ໃຫ້ນະຄອນ ດ່າ​ໜັງ​ເຂົ້າ​ຮ່ວມການ​ໂຄສະນາ​ເຜີຍ​ແຜ່​ກ່ຽວ​ກັບ​ຄວາມ​ສາມາດ​ບົ່ມ​ຊ້ອນ ​ແລະ ​ໂອກາດ​ດຳ​ເນີນ​ທຸລະ​ກິດ, ການ​ລົງທຶນ​ຂອງ​ນະຄອນ.

        ທ່ານ ດັ້ງ​ຫວຽດຢຸງ ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ໃຫ້​ຮູ້​ວ່າ: ນະຄອນ ດ່າ​ໜັ້ງ ຄາດ​ຄະ​ເນ​ວ່າ: ຈະ​ຈັດ​ຕັ້ງ​ການໂຄສະນາ​ເຜີຍ​ແຜ່​ກ່ຽວ​ກັບ​ຄວາມ​ສາມາດ​ບົ່ມ​ຊ້ອນ​ການທ່ອງທ່ຽວ​ຂອງ​ນະຄອນ ດ່າ​ໜັງ ​ໃນ​​ເດືອນ 6/2016. ທ່ານ ດັ້ງ​ຫວຽດຢຸງ ສະ​ເໜີ UKABC ພິຈາລະນາຄວາມ​ສາມາດ​ໜູນ​ຊ່ວຍ ດ່າ​ໜັງ ​ເຊື່ອມ​ຕໍ່​ເຫດການ​ນີ້​ກັບ​ງານ​ຕະຫລາດນັດ​ການ​ຄ້າ​ສາກົນ​ຢູ່ Liverpool ​ເພື່ອ​ສ້າງ​ເປັນ​ລະບົບ​ບັນດາ​ເຫດການ​ໂຄສະນາ​ເຄື່ອງໝາຍ​ການ​ຄ້າ ດ່າ​ໜັງ​ ​ເຖິງ​ປະຊາຊົນ ​ແລະ ວິ​ສາ​ຫະກິດ ອັງກິດ.

 

 


ຂ່າວ/ບົດ​ອື່ນ