ດ່າໜັງເປັນເຈົ້າພາບຈັດຕັ້ງພິທີສະເຫຼີມສະຫຼອງວັນສະຖາປັດຕະຍະກຳສາກົນ2015

ດ່າໜັງເປັນເຈົ້າພາບຈັດຕັ້ງພິທີສະເຫຼີມສະຫຼອງວັນສະຖາປັດຕະຍະກຳສາກົນ2015 - ảnh 1
(ພາບອິນເຕີແນັດ)

(vovworld) – ຕອນ​ບ່າຍ​ວັນ​ທີ 4/10, ຢູ່​ນະຄອນ ດ່າ​ໜັງ, ສະມາຄົມນັກ​ສະຖາປະນິກ ຫວຽດນາມ ສົມທົບ​ກັບ​ນະຄອນ ດ່າ​ໜັງ​ ຈັດຕັ້ງ​ພິທີ​ສະ​ເຫຼີ​ມສະຫຼອງ “ວັນ​ສະຖາປັດຕະຍະກຳ​ສາກົນ 2015”. ວັນ​ສະຖາປັດຕະຍະກຳ​ສາກົນ​ມີ​ຫົວ​ຂໍ້​ວ່າ “ສະຖາປັດຕະຍະກຳ, ກໍ່ສ້າງ, ດິນ​ຟ້າອາກາດ - ຄວາມ​ຮັບຜິດຊອບ ​ແລະ ວິທີ​ການ​ແກ້​ໄຂ”. ​ໂດຍ​ຜ່ານ​ເຫດການ​ນີ້, ສະຫະ​ສະມາຄົມ​ນັກສະຖາປະນິກ​ສາກົນ​ມີ​ຄວາມ​ຫວັງ​ຢາກ: ຍົກ​​ໃຫ້​ເຫັນ​ບົດບາດ​ສຳຄັນ​ຂອງສະຖາປັດຕະຍະກຳ​, ການອອກ​ແບບ ​ແລະ ​ແຜນ​ຜັງ​​ເມືອງ​ໃນ​ການ​ຫລຸດຜ່ອນ​ການ​ປ່ອຍ​ອາຍ​ພິດ​ເຮືອນ​ແກ້ວ. ພ້ອມ​ກັນ​ນັ້ນ, ຮຽກຮ້ອງ​ບັນດາສາຂາສະມາຄົມ​ນັກສະຖາປະນິກຍູ້​ແຮງ​ບັນດາ​ການ​ເຄື່ອນ​ໄຫວ​ຍົກ​ສູງ​ຄວາມ​ຮັບ​ຮູ້​ຂອງ​ສັງຄົມ​ໃນ​ການ​ໜູນ​ໃຊ້ບັນດາ​ມາດ​ຕະການຫລຸດຜ່ອນ​ການ​ປ່ອຍ​ອາຍ​ພິດ CO2 ​ໃນ​ການ​ອອກ​ແບບ ສະຖາປັດຕະຍະກຳ​ ​ແລະ ແຜນ​ຜັງ​ຕົວ​ເມືອງ.

 

ຂ່າວ/ບົດ​ອື່ນ