(vovworld) - ລັດຖະບານຫາກໍ່ປະກາດໃຊ້ດຳລັດເລກທີ 104, ກຳນົດສຳລັບກໍ່າປັ່ນທະຫານຕ່າງປະເທດມາ ສສ ຫວຽດນາມ. ຕາມດຳລັດແລ້ວ, ກໍ່າປັ່ນທະຫານຕ່າງປະເທດມາຫວຽດນາມ ຕ້ອງໄດ້ຮັບອະນຸຍາດຈາກບັນດາອົງການຄຸ້ມຄອງລັດທີ່ມີສິດອຳນາດຂອງຫວຽດນາມ; ຕ້ອງເຄົາລົບ, ປະຕິບັດຕາມຂໍ້ກຳນົດຂອງກົດໝາຍຫວຽດນາມ ແລະ ຂໍ້ກຳນົດໃນດຳລັດສະບັບນີ້, ຍົກເວັ້ນກໍລະນີມີຂໍ້ຕົກລົງອື່ນລະຫວ່າງບັນເດາປະເທດທີ່ມີກໍ່າປັ່ນ ແລະ ບັນດາອົງການຄຸ້ມຄອງລັດມີສິດອຳນາດຂອງຫວຽດນາມ ຜ່ານທາງການທູດ ກ່ອນທີ່ກໍ່າປັ່ນຈະມາຫວຽດນາມ. ເມື່ອກໍ່າປັ່ນທະຫານຕ່າງປະເທດເຂົ້າເຂດນານທະເລຂອງຫວຽດນາມ ຕ້ອງຊັກທຸງຊາດຂອງ ສສ ຫວຽດນາມ ຢູ່ໃນລະດັບທຽບເທົ່າກັບທຸງຊາດຂອງປະເທດທີ່ມີກໍ່າປັ່ນທະຫານມາຫວຽດນາມ. ຖ້າຫາກກໍ່າປັ່ນທະຫານຕ່າງປະເທດມາຢ້ຽມຢາມຫວຽດນາມ ພຽງແຕ່ໄດ້ຈອດ, ເຄື່ອນໄຫວຢູ່ທ່າກໍ່າປັ່ນທະເລ, ທ່າກໍ່າປັ່ນທະຫານທີ່ໄດ້ຮັບອະນຸຍາດ; ຕ້ອງປະຕິບັດຕາມການແນະນຳຂອງບັນດາອົງການຄຸ້ມຄອງລັດສະເພາະຂະແໜງຢູ່ທ່າກໍ່າປັ່ນ. ດຳລັດກຳນົດສະມາຊິກຂອງກໍ່າປັ່ນທະຫານຕ່າງປະເທດມາຢ້ຽມຢາມຫວຽດນາມ ພຽງແຕ່ໄດ້ຮັບອະນຸຍາດອອກຈາກກໍ່າປັ່ນພາຍຫຼັງທີ່ສຳເລັດລະບຽບແຈ້ງເຂົ້າເມືອງ, ລະປຽບປ່ຽນທ່າກໍ່າປັ່ນ ແລະ ຕ້ອງກັບຄືນກໍ່າປັ່ນກ່ອນທີ່ບັນດາອົງການຄຸ້ມຄອງລັດສະເພາະຂະແໜງຢູ່ທ່າກໍ່າປັ່ນປະຕິບັດການແຈ້ງອອກເມືອງ, ລະບຽບປ່ຽນທ່າກໍ່າປັ່ນໃຫ້ກໍ່າປັ່ນລຳດັ່ງກ່າວ.