ດຳລັດເລກທີ 72 ສ້າງເງື່ອນໄຂເພືອ່ ການພັດທະນາ ອິນເຕີເນັດ

ດຳລັດເລກທີ 72 ສ້າງເງື່ອນໄຂເພືອ່ ການພັດທະນາ ອິນເຕີເນັດ - ảnh 1
ການປະຊຸມຂ່າວແນະນຳດຳລັດ​ເລກທີ 72 ຂອງລັດຖະບານ

(Vovworld)- ຫວ່າງ​ແລ້ວ​ນີ້, ລັດຖະບານ​ຫວຽດນາມ​ໄດ້​ປະກາດ​ໃຊ້​ດຳລັດ​ເລກທີ 72 ກ່ຽວ​ກັບ​ການ​ຄຸ້ມ​ຄອງ, ສະໜອງ, ນຳ​ໃຊ້​ອິນ​ເຕີ​ເນັດ ​ແລະ ຂໍ້​ມູນ​ຂ່າວ​ສານ​ທາງ​ເຄືອຂ່າຍອິນ​ເຕີ​ເນັດ. ດຳລັດ​ນີ້​ແມ່ນ​ເພື່ອ​ສືບ​ຕໍ່​ຊຸກຍູ້​ການ​ພັດທະນາອິນ​ເຕີ​ເນັດຢູ່​ຫວຽດນາມ, ​ເພີ່ມ​ເຕີມ ​ແລະ ສ້າງ​ບັນດາ​ຂໍ້​ກຳນົດ​ຄຸ້ມ​ຄອງ, ສະໜອງ, ນຳ​ໃຊ້​ອິນ​ເຕີ​ເນັດ​ໃຫ້​ສົມບູນ​ແບບ. ຕາມ​ທ່ານ​ລັດຖະມົນຕີ​ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ​ຫວຽດນາມ ຫງວຽນ​ບັກ​ເຊີນ ​ແລ້ວ, ນີ້​ແມ່ນ ດຳລັດ​ທີ່​ສຳຄັນ​ທີ່​ສຸດ​ໃນ​ການ​ຄຸ້ມ​ຄອງ, ສະໜອງ, ນຳ​ໃຊ້​ອິນ​ເຕີ​ເນັດ ​ແລະ ​ໃນ​ເວ​ບ​ໄຊ​ສັງຄົມ​ແທນ​ທີ່​ດຳລັດ​ເລກທີ 97 ກ່ຽວ​ກັບ​ເນື້ອ​ໃນ​ເຫຼົ້າ​ນັ້ນ. ທ່ານ​ລັດຖະມົນຕີ​ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ​ຫວຽດນາມ ຫງວຽນ​ບັກ​ເຊີນ ​ໃຫ້​ຮູ້​ວ່າ : 

   “ດຳລັດ​ເລກທີ 72 ​ໄດ້​ຍົກ​ອອກບັນດາ​ມາດ​ຕະການ​ແກ້​ໄຂ​ທີ່​ສຳຄັນ​ເພື່ອ​ຄຸ້ມຄອງ​ລັດ, ຊຸກຍູ້​ການ​ພັດທະນາ​ນ​ຳ​ໃຊ້ ອິນ​ເຕີ​ເນັດກໍ​ຄື​ບັນດາ ຂໍ້​ມູນ​ຂ່າວ​ສານ​ທາງ​ເຄືອຂ່າຍອິນ​ເຕີ​ເນັດ. ດຳລັດ​ເລກທີ 72 ​ໄດ້​ຍັກ​ອອກ​ບັນດາ​ຫຼັກການ​ໃຫ້​ແກ່​ການ​ພັດທະນາ ອິນ​ເຕີ​ເນັດ, ຄຸ້ມ​ຄອງ​ຊັບພະ​ຍາກ​ອນ ອິນ​ເຕີ​ເນັດ, ຍົກ​ອອກ​ຫຼັກການ​ໃນ​ການ​ສະໜອງ, ນຳ​ໃຊ້​ບັນດາ​ການ​ບໍລິການທາງອິນ​ເຕີ​ເນັດ, ບັນດາ​ຂໍ້​ກຳນົດ​ເພື່ອ​ສ້າງ​ບັນດາ​ເວ​ບ​ໄຊ​ສັງຄົມ, ​ເວ​ບ​ໄຊ​ຕ່າງໆ ກໍ​ຄື​ການ​ສະໜອງ ຂໍ້​ມູນ​ຂ່າວ​ສານ​ທາງ​ເຄືອຂ່າຍ​ໂທລະ​ຄົມ​ເຄື່ອນ​ທີ່ ​ແລະ ຮັບປະກັນ​ຄວາມ​ປອດ​ໄພ​ໃນ​ການ​ສື່​ຂ່າວ​ທາງ​ເຄືອ​ຂ່າຍ​ໃນ​ປະຈຸ​ບັນ. ດ້ວຍ​ການ​ປະກາດ​ໃຊ້ ດຳລັດ​ເລກທີ 72, ຫວຽດນາມ​ສົ່ງ​ເສີມ ​ແລະ ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ, ສ່ວນ​ບຸກຄົນ​ສະໜອງ, ຊອກ​ຫາ​ ແລະ​ແລກປ່ຽນ ຂໍ້​ມູນ​ຂ່າວ​ສານ​ທາງ​ເຄືອຂ່າຍອິນ​ເຕີ​ເນັດ. ອາດ​ເວົ້າ​ວ່າ ຈຸດ​ໃໝ່​ຂອງ ດຳລັດ​ເລກທີ 72 , ​ແມ່ນ​ລັດຖະບານ​ໄດ້​ມີ​ແບບ​ວິທີ​ເພື່ອ​ຍົກ​ສູງ​ປະສິດທິ​ຜົນ​ວຽກ​ງານ​ຮັບປະກັນ​ຄວາມ​ປອດ​ໄພ​ດ້ານ​ ຂໍ້​ມູນ​ຂ່າວ​ສານ, ຮັບປະກັນ​ລັກສະນະ​ຖືກຕ້ອງ​ຕາມ​ກົດໝາຍ​ຂອງ​ບັນດາ ຂໍ້​ມູນ​ຂ່າວ​ສານ​ທາງ​ເຄືອຂ່າຍອິນ​ເຕີ​ເນັດ” 

ຂ່າວ/ບົດ​ອື່ນ