ດຳເນີນການປະກອບຄຳເຫັນຈາກປະຊາຊົນໃສ່ຮ່າງປະມວນກົດໝາຍອາຍາ (ສະບັບປັບປຸງ)

ດຳເນີນການປະກອບຄຳເຫັນຈາກປະຊາຊົນໃສ່ຮ່າງປະມວນກົດໝາຍອາຍາ (ສະບັບປັບປຸງ) - ảnh 1
(ພາບປະກອບ:ອິນເຕີເນັດ)

(vovworld)- ​ ​ທ່ານ​ນາຍົກລັດຖະມົນຕີຫວຽດນາມຫງວຽນ​ເຕິ​ນຢຸ້ງ ຫາ​ກໍ່​​ເຊັນ​ຂໍ້​ຕົກລົງ​ປະກາດ​ໃຊ້​ແຜນການ​ຂອງ​ລັດຖະບານ ກ່ຽວ​ກັບ​ການ​ຈັດ​ຕັ້ງ​ຮັບ​ເອົາ​ຄຳ​ເຫັນ​ຈາກ​ປະຊາຊົນ​ຕໍ່​ຮ່າງ​ປະມວນ​ກົດໝາຍ​​ອາຍາ (ສະບັບ​ປັບປຸງ). ຂໍ້​ຕົກລົງດັ່ງກ່າວ​ຊີ້​ແຈ້ງວ່າ: ​ເປົ້າ​ໝາຍ​ຮັບ​​ເອົາ​ຄຳ​ເຫັນ​ລວມມີ​ບັນດາ​ປະຊາຊົນ​ທຸກ​ຊັ້ນ​ວັນນະ​ໃນ​ທົ່ວ​ປະ​ເທດ ​ແລະ ຊາວ​ຫວຽດນາມ ​ອາ​ໄສ​ຢູ່​ຕ່າງປະ​ເທດ. ​ໄລຍະ​ເວລາ​ຮັບ​ເອົາ​ຄຳ​ເຫັນ​ຈາກ​ປະຊາຊົນ​ກ່ຽວ​ກັບ​ຮ່າງ​ປະມວນ​ກົດໝາຍ​ ​ອາຍາ (ສະບັບ​ປັບປຸງ) ຈະ​ເລີ່​ມ​ແຕ່​ວັນ​ທີ 15/7/2015 ​ແລະ ສິ້ນ​ສຸດ​ລົງ​ໃນ​ວັນ​ທີ 14/9/2015.

      ຄຳ​ເຫັນ​ຈາກ​ປະຊາຊົນ​ປະກອບ​​ໃສ່ຮ່າງ​ປະມວນ​ກົດ​ໝາຍ​ສະບັບນີ້​ຈະ​ໄດ້​ສົ່ງ​ເຖິງ​ອົງການສຳນັກງານທີ່​ມີໜ້າ​ທີ່​​ຮັບຜິດຊອບ ຫຼື​ ສົ່ງ​​ເຖິງ​ກະຊວງ​ຍຸຕິ​ທຳໂດຍ​ກົງ ຢູ່​ເຮືອນ​ເລກທີ  60 ​ຖະໜົນເຈິ່ນຟຸ໋, ບາ​ດິ່ງ, ຮ່າ​ໂນ້ຍ ຫຼື​ ຜ່ານ​ອີ​ແມວ: boluathinhsu@moj.gov.vn​. ຖ້າ​ບຸກຄົນ​ໃດ​ສົ່ງ​ຄຳ​ເຫັນ​​ປະກອບເປັນ​ລາຍ​ລັກ​ອັກສອນ​ຜ່ານ​ທາງ​ໄປສະນີ​​ແມ່ນບໍ່​ຕ້ອງ​ຕິດ​ສະ​ແຕມ.

ຂ່າວ/ບົດ​ອື່ນ