ຕັ້ງ​ຄາດ​ໝາຍ​ການ​ສົ່ງ​ອອກ​ໃນ​ປີ 2021 ເພີ່ມ​ຂຶ້ນ 5%

(VOVWORLD) -ຕົວເລກນີ້ຊ່ວຍໃຫ້ຫວຽດນາມຢຶນອັນດັບທີ 22 ຂອງໂລກ ກ່ຽວກັບຂອບຂະໜາດດ້ານວົງເງິນ ແລະ ກຳລັງຄວາມສາມາດໃນການສົ່ງອອກ, ຢຶນອັນດັບທີ 26 ກ່ຽວກັບຂອບຂະໜາດດ້ານການຄ້າສາກົນ. 
ຕັ້ງ​ຄາດ​ໝາຍ​ການ​ສົ່ງ​ອອກ​ໃນ​ປີ 2021 ເພີ່ມ​ຂຶ້ນ 5% - ảnh 1ພາບປະກອບ: dangcongsan.vn

ໃນສະພາບການໂລກລະບາດໂຄວິດ - 19 ຍັງມີການຜັນແປຢ່າງສັບສົນນັ້ນ, ການເຄື່ອນໄຫວທາງການຄ້າ ແລະ ການລົງທຶນທົ່ວໂລກ ໄດ້ຫຼຸດລົງ, ບັນດາປະເທດນຳເຂົ້ານັບມື້ນັບຮັດແໜ້ນຮົ້ວປອດພາສີ, ສະພາບອາລັກຂາພາຍໃນປະເທດ ເພີ່ມຂຶ້ນແຕ່ວົງເງິນສົ່ງອອກນຳເຂົ້າໃນປີ 2020 ຂອງ ຫວຽດນາມ  ຍັງຄົງບັນລຸ 543,9 ຕື້ USD, ເພີ່ມຂຶ້ນ 5,1% ເມື່ອທຽບໃສ່ປີ 2019. ຕົວເລກນີ້ຊ່ວຍໃຫ້ຫວຽດນາມຢຶນອັນດັບທີ 22 ຂອງໂລກ ກ່ຽວກັບຂອບຂະໜາດດ້ານວົງເງິນ ແລະ ກຳລັງຄວາມສາມາດໃນການສົ່ງອອກ, ຢຶນອັນດັບທີ 26 ກ່ຽວກັບຂອບຂະໜາດດ້ານການຄ້າສາກົນ. ພ້ອມກັນນັ້ນ, ຫວຽດນາມສືບຕໍ່ສ້າງຄວາມດຸນດ່ຽງທາງດ້ານ ດຸນການຄ້າ, ຮັບຮູ້ການສົ່ງອອກເກີນດຸນໃນ 5 ປີຢ່າງລຽນຕິດ. ທ່ານ ເຈິ່ນຕວັນແອັງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໃຫ້ຮູ້ວ່າ ປີ 2021 ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຕັ້ງເປົ້າໝາຍວ່າ ຍອດວົງເງິນການສົ່ງອອກຈະເພີ່ມຂຶ້ນປະມານ 5%ເມື່ອທຽບໃສ່ປີ 2020 ແລະ ຈະສືບຕໍ່ຮັກສາທີ່ຕັ້ງ ດຸນການຄ້າໃຫ້ທີ່ດີທີ່ສຸດ.

ຕອບກັບ

ຂ່າວ/ບົດ​ອື່ນ