ຕີລາຄາຄືນການສອບວິຊາຊີບໃຫ້ແກ່ຄົນງານຊົນນະບົດ

ຕີລາຄາຄືນການສອບວິຊາຊີບໃຫ້ແກ່ຄົນງານຊົນນະບົດ - ảnh 1
ກອງ​ປະຊຸມ​ຜັນ​ຂະຫຍາຍ​ການ​ປະຕິບັດ
ແຜນຮ່າງ​ບຳລຸງ​ສ້າງ​ວິຊາ​ຊີບໃຫ້​ແກ່​ຄົນ​ງານ​ຊົນນະບົດ
(ພາບ: mic.gov.vn)


(vovworld) -     ​ແຜນຮ່າງບຳລຸງ​ສ້າງ​ວິຊາ​ຊີບ​ໃຫ້​ແກ່​ຄົນ​ງານ​ຊົນນະ​ບົດ​ແມ່ນ​ແຜນ​ນະ​ໂຍບາຍ​ໃຫຍ່​ຂອງ​ພັກ, ລັດ​ຫວຽດນາມ, ​ເຊິ່ງ​ໄດ້​ຜັນ​ຂະຫຍາຍການປະຕິບັດ​ໃນ​ໄລຍະ 10 ປີ ​ແຕ່​ປີ 2010 – 2020. ດ້ວຍ​ຍອດ​ມູນ​ຄ່າ​ເກືອບ 26.000 ຕື້​ດົງ, ຄາດໝາຍ​ຂອງ​ແຜນ​ຮ່າງແມ່ນ ​ແຕ່ລະ​ປີ​ຈະ​ບຳລຸງ​ສ້າງ​​​ຄົນ​ງານ​ຊົນນະບົດ​ໄດ້ປະມານ 1 ລ້ານ​ຄົນ ດ້ວຍ​ຄວາມ​ຫວັງ​​ສ້າງ​ກາລະໂອກາດ​ເຮັ​ດວຽກ​ໃຫ້​ຫຼາຍ, ​ເພີ່ມ​ລາຍ​ຮັບ​ໃຫ້​ແກ່​ຄົນ​ງານ​ຢູ່​ເຂດ​ນີ້.

ທີ່​ກອງ​ປະຊຸມ​ກ່ຽວ​ກັບ​ການ​ຜັນ​ຂະຫຍາຍ​ການ​ປະຕິບັດແຜນຮ່າງ​ບຳລຸງ​ສ້າງ​ວິຊາ​ຊີບໃຫ້​ແກ່​ຄົນ​ງານ​ຊົນນະບົດ, ​ເຊິ່ງຈັດ​ຂຶ້ນ​ໃນວັນ​ທີ 11/01, ທ່ານ ​ເຈີ່ນ​ດຶກ​ລາຍ, ຮອງ​ລັດຖະມົນຕີ​ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ​ສື່ສານ ຢືນຢັນ​ວ່າ.

“​ໃນ 3 ປີຜ່ານມາ, ພວກ​ເຮົາ​​ສາມາດບຳລຸງ​ຜູ້​ອອກ​ແຮງ​ງານ​ຈຳນວນ​ໜຶ່ງທີ່​ມີ​ວິຊາ​ຊີບ ​ຫຼື ຄວາມ​ສາມາດ. ບຳລຸງ​ສ້າງ​ວິຊາ​ຊີບ​ໃຫ້​ແກ່​ຄົນ​ງານ​ຊົນນະບົດ ບໍ່​ພຽງ​ແຕ່​ແມ່ນ​ບຳລຸງ​ສ້າງ​ວິຊາ​ຊີບ​ດ້ານ​ກະ​ສິກຳ​ເທົ່າ​ນັ້ນ ຫາກ​ຍັງ​ມີ​ອາຊີບ​ກະ​ສິກຳ ​ແລະ ປອດ​ກະສິກຳ​ອີກ​ດ້ວຍ. ​ໃນ​ການຕີ​ລາ​ລາ​ເບື້ອ​ງຕົ້ນ, ພວກ​ຂ້າພະ​ເຈົ້າ​ໄດ້​ສຳ​ຫຼວດຢູ່​ທ້ອງ​ຖິ່ນຕ່າງໆ ​ແລະ ພວກ​ເຮົາ​ບັນລຸ​ໄດ້​ຄວາມ​ຮຽກຮ້ອງ​ໃນ​ແຕ່ລະ​ປີ​​ໂດຍ​ພື້ນຖານແລ້ວ”.

ຕາມ​ກະຊວງ​ແຮງງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ​ແລ້ວ, ຄາດໝາຍ​ຂອງ​ແຜນການ​ໃນ​ປີ 2013 ​ແມ່ນ​ສອນ​ວິຊາ​ຊີບ​ໃຫ້​ຄົນ​ງານ​ຊົນນະບົດ​ 600.000 ຄົນ. ບັນດາ​ມາດ​ຕະການທີ່​ວາງ​ອອກ​ນັ້ນ​ແມ່ນ ສຸມ​ໃສ່​ຜັນ​ຂະຫຍາຍ​ທະວີ​ຄຸນ​ບັນດາ​ຮູບ​ແບບ​ສອບ​ວິຊາ​ຊີບ​ທົດ​ລອງ​ທີ່​ມີ​ປະສິດທິ​ຜົນ; ສອນ​ວິຊາ​ຊີບ​ຕິດຜັນ​ກັບ​ວິ​ສາ​ຫະກິດ ​ແລະ ໝູ່​ບ້ານ​ຫັດຖະກຳ.

ຂ່າວ/ບົດ​ອື່ນ