ຕີລາຄາວຽກງານພົວພັນຕ່າງປະເທດຂອງບັນດາອົງການພັກສູນກາງ
ພາບປະກອບ
(vovworld) – ວັນທີ 28/10, ຄະນະພົວພັນຕ່າງປະເທດສູນກາງໄດ້ຈັດຕັ້ງກອງປະຊຸມຕີລາຄາສະຫລຸບວຽກງານພົວພັນຕ່າງປະເທດຂອງບັນດາອົງການພັກຢູ່ສູນກາງປີ 2014 ແລະ ທິດທາງວຽກງານປີ 2015. ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສຸມໃສ່ປຶກສາຫາລື ແລະ ແລກປ່ຽນຄຳເຫັນກ່ຽວກັບໝາກຜົນແຫ່ງການຜັນຂະຫຍາຍວຽກງານງານຕ່າງປະເທດຂອງພັກ, ເລື່ອງຊາບຊຶມ ແລະ ປະຕິບັດບບັນດາຂໍ້ກຳນົດກ່ຽວກັບການຄຸ້ມຄອງບັນດາການເຄື່ອນໄຫວການຕ່າງປະເທດຂອງພັກຢ່າງເປັນເອກະພາບ ແລະ ບັນດາຂໍ້ກຳນົດທີ່ກ່ຽວຂ້ອງຂອງລັດ, ພິເສດແມ່ນຄຳສັ່ງເລກທີ 38 ຂອງກົມການເມືອງກ່ຽວກັບການເພີ່ມທະວີການຄຸ້ມຄອງບັນດາຄະນະໄປປະຕິບັດງານຢູ່ຕ່າງປະເທດ. ບັນດາຜູ້ແທນກໍ່ປຶກສາຫາລືມາດຕະການຕ່າງໆເພື່ອແນໃສ່ຍົກສູງປະສິດທິຜົນ ແລະ ກົນໄກສົມທົບກັນລະຫວ່າງບັນດາອົງການພັກສູນກາງ, ພິເສດແມ່ນກັບຄະນະພົວພັນຕ່າງປະເທດສູນກາງ ແລະ ບັນດາອົງການການທູດຂອງ ຫວຽດນາມ ຢູ່ຕ່າງປະເທດໃນການຜັນຂະຫຍາຍວຽກງານການຕ່າງປະເທດຂອງພັກ ເພື່ອແນໃສ່ຕອບສະໜອງຄຳຮຽກຮ້ອງຂອງໜ້າທີ່ເຊິ່ງໄດ້ວາງອອກໃນສະພາບການໃໝ່ກ່ວາອີກ. ກ່າວຄຳເຫັນສິ້ນສຸດກອງປະຊຸມ, ທ່ານ ຫງວຽນຕ໋ວນຟອງ, ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງ, ເນັ້ນໜັກເຖິງບັນດາຄຳຮຽກຮ້ອງໃໝ່ທີ່ໄດ້ວາງອອກໃຫ້ແກ່ວຽກງານຕ່າງປະເທດຂອງພັກ, ກ່ອນອື່ນໝົດແມ່ນວຽກງານກຳນົດທິດ, ຈຸດສຸມຂອງວຽກງານຕ່າງປະເທດໃນປີ 2015, ເອົາໃຈໃສ່ກ່ວາອີກເຖິງວຽກງານບຳລຸງສ້າງພະນັກງານປະຕິບັດວຽກງານການຕ່າງປະເທດ, ເອົາໃຈໃສ່ເຖິງລັກສະນະເປັນເຈົ້າການ ແລະ ຄຸນນະພາບຂອງວຽກງານເປັນເສນາທິການ…