(vovworld) – ວັນທີ 12/01, ຢູ່ນະຄອນຮ່ວາບິ່ງ, ແຂວງຮ່ວາບິ່ງ, ຄະນະຊີ້ນຳໂຄງການໜູນຊ່ວຍລວມຂອງສະຫະປະຊາຊາດ (ສປຊ) ສຳລັບການກໍ່ສ້າງຊົນນະບົດໃໝ່ ໄດ້ຈັດກອງປະຊຸມປະຈຳປີ ເພື່ອຕີລາຄາໝາກຜົນແຫ່ງການເຄື່ອນໄຫວຂອງໂຄງການຢູ່ຫວຽດນາມ. ບັນດາຄຳເຫັນທີ່ກອງປະຊຸມໄດ້ຢືນຢັນວ່າ, ເຖິງວ່າຍັງປະສົບກັບຄວາມຫຍຸ້ງຍາກກໍຕາມ, ແຕ່ໂຄງການຈຸດໝາຍແຫ່ງຊາດກ່ຽວກັບການກໍ່ສ້າງຊົນນະບົດໃໝ່ໄລຍະ 2011 - 2015 ຢູ່ຫວຽດນາມ ໄດ້ບັນລຸຜົນສຳເລັດ. ປີ 2016, ໂຄງການສືບຕໍ່ສຸມໃສ່ໃຫ້ບຸລິມະສິດແກ່ຂໍ້ສະເໜີກົນໄກ, ນະໂຍບາຍເພື່ອຜັນຂະຫຍາຍປະສິດທິຜົນໂຄງການກໍ່ສ້າງຊົນນະບົດໃໝ່, ຊຸກຍູ້ການເຊື່ອມຕໍ່ລະຫວ່າງຜູ້ຜະລິດກັບບັນດາຜູ້ສະໜອງ ແລະ ຜູ້ແຈກຢາຍຜະລິດຕະພັນ, ເພື່ອສ້າງລະບົບມູນຄ່າການຜະລິດສິນຄ້າ, ຜະລິດຕະພັນກະເສດທີ່ມີຄວາມປອດໄພ ແລະ ມີຄຸນນະພາບສູງ. ໂຄງການ “ໜູນຊ່ວຍລວມຂອງສະຫະປະຊາຊາດສຳລັບການກໍ່ສ້າງຊົນນະບົດໃໝ່” ແມ່ນໂຄງການໜູນຊ່ວຍດ້ານເຕັກນິກ ດ້ວຍການເຂົ້າຮ່ວມຂອງ 5 ອົງການລວມມີ: FAO (ອົງການອາຫານ ແລະ ການກະເສດສປຊ), UNIDO (ອົງການສປຊເພື່ອການພັດທະນາອຸດສາຫະກຳ), UNESCO (ອົງການສຶກສາວິທະຍາເສດ ແລະ ວັດທະນະທຳສປຊ), IOM (ອົງການອົບພະຍົບສາກົນ) ແລະ UNV (ໂຄງການອາສາສະໝັກສປຊ). ໂຄງການໄດ້ຮັບການປະຕິບັດດ້ວຍຈຸດໝາຍສະໜອງ, ໜູນຊ່ວຍດ້ານເຕັກນິກ, ຄຸນນະພາບສູງ ໃຫ້ແກ່ໂຄງການຈຸດໝາຍແຫ່ງຊາດກ່ຽວກັບການກໍ່ສ້າງຊົນນະບົດໃໝ່, ຊ່ວຍປັບປຸງສະພາບແວດລ້ອມ ແລະ ການຜັນຂະຫຍາຍມະຕິກ່ຽວກັບກະສິກຳ - ຊາວກະສິກອນ - ຊົນນະບົດຢູ່ຫວຽດນາມ.