ຕວກກີ: ການແຫ່ຂະບວນປະທ້ວງ ກາຍເປັນການສະໜັບສະໜູນປະຊາຄົມຊາວເກີກ

ຕວກກີ: ການແຫ່ຂະບວນປະທ້ວງ ກາຍເປັນການສະໜັບສະໜູນປະຊາຄົມຊາວເກີກ - ảnh 1
(ພາບປະກອບຈາກອີນເຕີແນດ)

(vovworld) - ​ ຕອນ​ຄໍ່າ​ວັນ​ທີ 29/06, ຜູ້​ແຫ່​ຂະ​ບວນປະ​ທ້ວງນັບ​ພັນ​ຄົນ ​ໄດ້​ເຕົ້າ​ໂຮມ​ຢູ່ ສະໜາມ​ຫຼວງ ຕັກ​ສິມ ຢູ່​ນະຄອນ ອິດສຕານ​ບຸນ ດ້ວຍ​ຄຳ​ຂວັນ​ຄັດ​ຄ້ານລັດຖະບານ ​ແລະ ຕຳຫຼວດ​ຕວກກີ, ພາຍຫຼັງ​ມີ​ຊາວເກີກ ຜູ້​ໜຶ່ງ​ຖືກຕຳຫຼວດ​ຍິງ ​ໃນ​ການ​ແຫ່​ຂະ​ບວນປະ​ທ້ວງ​​ເພື່ອ​ຄັດຄ້ານ​ການ​ກໍ່ສ້າງ​ຖານ​ທີ່​ໝັ້ນ​ຂອງ​ກຳລັງ​ຕຳຫຼວດ​ຢູ່​ເມືອງ ນາຍ, ​ແຂວງ ດີ​ຢາບາ​ກີ, ​ເຂດ​ທີ່​ມີ​ຊາວ ​ເກີ​ກ ດຳລົງ​ຊີວິດ​ເປັນ​ຈຳນວນ​ຫຼວງ​ຫຼາຍ, ເມື່ອ​ວັນທີ 28/06 ​ແລະ ​ໄດ້​ເສຍ​ຊີ​ວິດ. ​ຜູ້​ແຫ່​ຂະ​ບວນປະ​ທ້ວງ​ເກືອ​ບ 10.000 ຄົນ ​ໄດ້​ເຕົ້າ​ໂຮມ​ຢູ່​ສະໜາມ​ຫຼວງ ຕັກ​ສິມ, ​ເຮັດໃຫ້​ກຳລັງ​ຕຳຫຼວດຕ້ານ​ການຈະລາຈົນ​ຕ້ອງ​ນຳ​ໃຊ້​ຮົ້ວ​ກີດຂວາງ ​ແລະ ທໍ່​ສິດນ້ຳ​ເພື່ອ​ຍຸບ​ເລີກ​ຜູ້​ແຫ່​ຂະ​ບວນປະ​ທ້ວງ. ຫາງ​ສຽງ​ມີ​ຄວາມ​ວິຕົກ​ກັງວົນ​ວ່າ ການ​ໃຊ້​ຄວາມ​ຮຸນ​ແຮງອາດ​ຈະ​ເກີດ​ຂຶ້ນຄືນ​ໃໝ່ ພາຍຫຼັງ​ທີ​ພັກ​ປະຊາທິປະ​ໄຕ ​ແລ​ະ ສັນຕິພາບ (BDP) - ສະໜັບສະໜູນ​ຊາວ ​ເກີກ - ຮຽກຮ້ອງ​ການ​ແຫ່​ຂະ​ບວນປະ​ທ້ວງ​ໃນ​ທົ່ວ​ປະ​ເທດ​ໃນ​ວັນ​ທີ 30/06.

ຂ່າວ/ບົດ​ອື່ນ