ຕວັກກີ: ຍັງບໍ່ຮູ້ລະອຽດ ຈຳນວນຜູ້ຖືກກັກຕົວ
(VOVWORLD) - ປັດຈຸບັນ ຍັງບໍ່ຮູ້ລະອຽດຈຳນວນພະນັກງານຢູ່ໃນ ໂຮງງານ ໃນຈຸດເວລາທີ່ເກີດເຫດ. ຕຳຫຼວດໄດ້ປິດລ້ອມເຂດໃກ້ສະຖານທີ່ເກີດເຫດ, ພ້ອມທັງພວມມານະພະຍາຍາມເກ້ຍກ່ອມໃຫ້ ເປົ້າໝາຍນີ້ ຍອມຈຳນົນ.
ທະຫານຕວັກກີ ປິດລ້ອມ ສະຖານທີ່ເກີດເຫດ (ພາບ: AFP) |
ວັນທີ 1 ກຸມພາ, ຢູ່ຕວັກກີ, ມີຄົນໜຶ່ງທີ່ຍັງບໍ່ຮູ້ຊື່ ໄດ້ຖືປຶນເຂົ້າໄປໂຮງງານ Procter & Gamble ເຂດອຸດສາຫະກຳ Gebze ຢູ່ແຂວງ Kocaeli ຈັບຕົວພະນັກງານຂອງໂຮງງານເປັນຕົວປະກັນ, ເບິ່ງຄືວ່າແນໃສ່ ຄັດຄ້ານບັນດາເຫດບຸກໂຈມຕີຂອງ ອິດສະລາແອັນ ທີ່ເລັ່ງໃສ່ເຂດກາຊາ.
ປັດຈຸບັນ ຍັງບໍ່ຮູ້ລະອຽດຈຳນວນພະນັກງານຢູ່ໃນ ໂຮງງານ ໃນຈຸດເວລາທີ່ເກີດເຫດ. ຕຳຫຼວດໄດ້ປິດລ້ອມເຂດໃກ້ສະຖານທີ່ເກີດເຫດ, ພ້ອມທັງພວມມານະພະຍາຍາມເກ້ຍກ່ອມໃຫ້ ເປົ້າໝາຍນີ້ ຍອມຈຳນົນ. ປັດຈຸບັນ ວົງການເຈົ້າໜ້າທີ່ ຕວັກກີ ຍັງບໍ່ທັນຍົກອອກຄຳເຫັນໃດກ່ຽວກັບເຫດການນີ້ເທື່ອ.