ຕວັກກີ ສະເໜີໃຫ້ ແດນມາກ ມີການກະທຳໂດຍດ່ວນເພື່ອສະກັດກັ້ນການຈູດເຜົາຄຳພີ Koran
(VOVWORLD) - ໃນການໂອ້ລົມທາງໂທລະສັບກັບຄູ່ຕຳແໜ່ງ ແດນມາກ ໃນວັນທີ 29 ກໍລະກົດ, ທ່ານລັດຖະມົນຕີການຕ່າງປະເທດ ຕວັກກີ Hakan Fidan ຮຽກຮ້ອງໃຫ້ ແດນມາກ ມີການກະທຳໂດຍດ່ວນ ເພື່ອສະກັດກັ້ນການຈູດເຜົາຄຳພີ Koran.
ການແຫ່ຂະບວນປະທ້ວງຢູ່ ກູຟາ (ອີຣັກ) ຄັດຄ້ານການຈູດເຜົາຄໍາພີ (ພາບ: AFP/TTXVN) |
ການໂອ້ລົມສົນທະນາໄດ້ດຳເນີນ ພາຍຫຼັງມີກຸ່ມຄົນໜຶ່ງເປັນປໍລະປັກກັບສາສະໜາ ອິດສະລາມ ແລະ ຈູດເຜົາຄຳພີ Koran ຢູ່ທາງໜ້າປະຕູສະຖານທູດ ອີຢີບ ແລະ ຕວັກກີ ຢູ່ ແດນມາກ.
ສ່ວນຝ່າຍ ແດນມາກ, ທ່ານລັດຖະມົນຕີການຕ່າງປະເທດ Lars Lokke Rasmussen ເນັ້ນໜັກວ່າ ຕວັກກີ ແມ່ນສຳພັນທະມິດສະໜິດສະໜົມ ແລະ ຫວັງວ່າ ບັນຫາດັ່ງກ່າວຈະບໍ່ສົ່ງຜົນກະທົບຕໍ່ການພົວພັນຂອງສອງປະເທດ.
ໃນ 2 – 3 ອາທິດມໍ່ໆມານີ້, ເລື່ອງຈູດເຜົາຄຳພີ Koran ຂອງກຸ່ມຄົນໜຶ່ງຢູ່ ຊູແອັດ ແລະ ແດນມາກ ໄດ້ກໍ່ໃຫ້ເກີດກະແສຄັດຄ້ານຈາກຫຼາຍປະເທດ ອິດສະລາມ, ກໍ່ຄວາມເຄັ່ງຕຶງທາງການທູດ ແບບບໍ່ເຄີຍມີມາກ່ອນ. ວັນທີ 31 ກໍລະກົດ, ອົງການຮ່ວມມືອິດສະລາມ ຈະໂຮມປະຊຸມເພື່ອປຶກສາຫາລືຢ່າງລະອຽດກວ່າກ່ຽວກັບບັນຫານີ້.