ຕວກກີ, ອາເມລິກາ ເກືອບຈະບັນລຸໄດ້ຂໍ້ຕົກລົງກ່ຽວກັບເຂດປອດໄພ ຢູ່ຊີຣີ
(VOVWORLD) - ເລື່ອງ ຕວກກີ ແລະ ອາເມລິກາ ບັນລຸໄດ້ຂໍ້ຕົກລົງດັ່ງກ່າວແມ່ນມີຄວາມໝາຍສຳຄັນສຳລັບກຸ່ມປະກອບອາວຸດ ບັນດາກຳລັງປະຊາທິປະໄຕຊີຣີ (SDF) - ເຊິ່ງແມ່ນກຳລັງໂດຍຊາວ Kurd ນຳໜ້າ ທີ່ມີ ອາເມລິກາ ໜູນຫຼັງຢູ່ ຊີຣີ.
ທ່ານ Tayyip Erdogan ປະທານາທິບໍດີ ຕວກກີ ແລະ ທ່ານ Donald Trump ປະທານາທິບໍດີ ອາເມລິກາ (ພາບ: AFP/TTXVN) |
ວັນທີ 2 ພຶດສະພາ, ທ່ານ Mevlut Cavusoglu ລັດຖະມົນຕີການຕ່າງປະເທດ ຕວກກີໄດ້ແຈ້ງໃຫ້ຊາບວ່າ ອານກາຣາ ແລະ ວໍຊິງຕັນ ເກືອບຈະບັນລຸໄດ້ຂໍ້ຕົກລົງລະອຽດກ່ຽວກັບເຂດປອດໄພທີ່ໄດ້ຂຶ້ນແຜນຢູ່ທາງຕາເວັນອອກສ່ຽງເໜືອ ຊີຣີ, ລຽບຕາມເຂດຊາຍແດນທີ່ຕິດກັບຕວກກີ. ທ່ານ Cavusoglu ໄດ້ຍົກອອກຄຳປາໄສດັ່ງກ່າວເພື່ອຕອບຄຳຖາມທີ່ການຖະແຫຼງຂ່າວກ່ຽວກັບການເຈລະຈາຂອງ ຕວກກີ ກັບທູດພິເສດຂອງ ອາເມລິກາ ກ່ຽວກັບຊີຣີໃນອາທິດນິ້. ຕວກກີຢາກສ້າງຕັ້ງເຂດປອດໄພຢູ່ທາງທິດຕາເວັນອອກຂອງແມ່ນ້ຳ Euphrates, ພາຍຫຼັງທີ່ທະຫານອາເມລິການໄດ້ຖອນອອກຈາກຊີຣີເປັນສ່ວນຫຼາຍ.
ເລື່ອງ ຕວກກີ ແລະ ອາເມລິກາ ບັນລຸໄດ້ຂໍ້ຕົກລົງດັ່ງກ່າວແມ່ນມີຄວາມໝາຍສຳຄັນສຳລັບກຸ່ມປະກອບອາວຸດ ບັນດາກຳລັງປະຊາທິປະໄຕຊີຣີ (SDF) - ເຊິ່ງແມ່ນກຳລັງໂດຍຊາວ Kurd ນຳໜ້າ ທີ່ມີ ອາເມລິກາ ໜູນຫຼັງຢູ່ ຊີຣີ.