Mevlut Mert Altintas ຜູ້ລອບສັງຫານ
ເອກອັກຄະລັດຖະທູດ ລັດເຊຍ ເມື່ອວັນທີ 19/12
(ພາບ: AP)
(vovworld) – ວັນທີ 27/12 ສານແຫ່ງໜຶ່ງຂອງ ຕວກກີ ໄດ້ປະກາດຄຳສັ່ງຫ້າມສື່ມວນຊົນໃຫ້ຂ່າວກ່ຽວກັບເລື່ອງສືບສວນສອບສວນເຫດລອບສັງຫານເອກອັກຄະລັດຖະທູດ ລັດເຊຍ Andrei Karlov ທີ່ເກີດຂຶ້ນຢູ່ງານວາງສະແດງສີລະປະທີ່ນະຄອນຫລວງ Ankara ຂອງ ຕວກກີ ເມື່ອວັນທີ 19/12 ຜ່ານມາ. ຕາມສຳນັກຂ່າວສານແຫ່ງລັດ Anadolu ແລ້ວ ສານຢູ່ Ankara ໄດ້ເຫັນດີເປັນເອກະພາບຕໍ່ຄຳສະເໜີຂອງບັນດາເຈົ້າໜ້າທີ່ໄອຍະການ ກ່ຽວກັບ ເລື່ອງຫ້າມນຳເອົາຮູບພາບທີ່ກ່ຽວຂ້ອງເຖິງເຫດລອບສັງຫານທ່ານ Andrei Karlov ອອກຂ່າວ. ຄຳຕັດສິນຂອງສານຊີ້ແຈ້ງວ່າ ບັນດາຂໍ້ມູນແບບນີ້ ອາດຈະກໍ່ຄວາມເສຍຫາຍເຖິງຄວາມສະຫງົບແຫ່ງຊາດ ແລະ ຄຳສັ່ງຫ້າມດັ່ງກ່າວຈະມີຜົນສັກສິດໃນຕະຫລອດວິວັດການສືບສວນສອບສວນ. ໃນຂະນະນັ້ນ ຝ່າຍ ລັດເຊຍ ຖືວ່າ: ປະຈຸບັນຍັງບໍ່ທັນຮອດຈຸດເວລາ ເພື່ອຍົກອອກຄຳວິຈານກ່ຽວກັບການສືບສວນສອບສວນ ກໍ່ຄືຍັງບໍ່ທັນມີປະກິລິຍາຫຍັງຕໍ່ຄຳຕັດສິນຂອງສານ ຕວກກີ ເທື່ອ.