Salih Muslim ປັນປະທານພັກ
ພັນທະມິດປະຊາທິປະໄຕຊາວ Kurd
(vovworld) - ວັນທີ 22/11 ສຳນັກຂ່າວສານ Anadolu ຂອງ ຕວກກີ ໄດ້ໃຫ້ຂ່າວ ອຳນາດການປົກຄອງປະເທດນີ້ ໄດ້ອອກຄຳສັ່ງຈັບຕົວ Salih Muslim ທັງເປັນປະທານພັກພັນທະມິດປະຊາທິປະໄຕຊາວ Kurd (PYD) ພ້ອມກັບຜູ້ອື່ນອີກ 47 ຄົນດ້ວຍຄຳກ່າວຫາວ່າ ມີສ່ວນກ່ຽວຂ້ອງເຖິງເຫດວາງລະເບີດໃສ່ລົດເມ ທະຫານຢູ່ນະຄອນຫລວງ Ankara ເມື່ອເດືອນ 2 ຜ່ານມາ. ຕາມສຳນັກຂ່າວສານ Anadolu ແລ້ວ ໃນຈຳນວນຜູ້ຖືກອອກຄຳສັ່ງຈັບຕົວ ມີທັງບັນດາການນຳພັກກຳມະກອນຊາວ Kurd ເຊິ່ງປະຈຸບັນໄດ້ຫຼົບໜີໄປແລ້ວ. ບັນດາຄົນດັ່ງກ່າວນີ້ ກໍ່ຖືກກ່າວຫາວ່າ ມີສ່ວນກ່ຽວຂ້ອງເຖິງເຫດວາງລະເບີດລົດໃນວັນທີ 17/02 ເຮັດໃຫ້ 28 ຄົນເສຍຊີວິດ ໃນນັ້ນ ມີທັງພົນທະຫານ.