ຕວຽນກວາງ ຈະຈັດວັນບຸນ ແສງສະຫວ່າງບາລູນສາກົນ
(VOVWORLD) - ທີ່ເຫດການຈະດຳເນີນຫຼາຍການເຄື່ອນໄຫວທີ່ດຶງດູດໃຈ, ໃນນັ້ນມີພິທີໄຂລາຍການທ່ອງທ່ຽວ (ຈະຈັດຂຶ້ນໃນວັນທີ 27 ເມສາ), ວັນບຸນ ບາລູນ ສາກົນ ຕວຽນກວາງ ຄັ້ງທີ 3 ຢູ່ສະໜາມຫຼວງ ຫງວຽນເຕິດແທັງ (ຈະຈັດຂຶ້ນໃນວັນທີ 27 ເມສາ).
ວັນບຸນ ບາລູນ ສາກົນ 2023 (ພາບ: baotuyenquang.com.vn) |
ໃນລະຫວ່າງວັນທີ 27 ເມສາ ຫາວັນທີ 2 ພຶດສະພາ, ແຂວງຕວຽນກວາງ ຈະຈັດລາຍການປີທ່ອງທ່ຽວ ແລະ ວັນບຸນ ບາລູນ ສາກົນ 2024 ເພື່ອແນໃສ່ແນະນຳ, ໂຄສະນາຄວາມສາມາດບົ່ມຊ້ອນ, ທ່າແຮງໃນການພັດທະນາການທ່ອງທ່ຽວ, ດຶງດູດແຂກທ່ອງທ່ຽວພາຍໃນປະເທດ, ສາກົນ ແລະ ບັນດານັກລົງທຶນ. ທີ່ເຫດການຈະດຳເນີນຫຼາຍການເຄື່ອນໄຫວທີ່ດຶງດູດໃຈ, ໃນນັ້ນມີພິທີໄຂລາຍການທ່ອງທ່ຽວ (ຈະຈັດຂຶ້ນໃນວັນທີ 27 ເມສາ), ວັນບຸນ ບາລູນ ສາກົນ ຕວຽນກວາງ ຄັ້ງທີ 3 ຢູ່ສະໜາມຫຼວງ ຫງວຽນເຕິດແທັງ (ຈະຈັດຂຶ້ນໃນວັນທີ 27 ເມສາ), ລາຍການສະແດງ ແລະ ຮັບໃຊ້ ແຂກທ່ອງທ່ຽວລົງຕົວຈິງການຂີ່ບາລູນ. ພ້ອມກັນນັ້ນກໍ່ແມ່ນ ວັນບຸນ ແສງສະຫວ່າງ ບາລູນ ສາກົນ ສົມທົບກັບການສະແດງຂອງ Music Band Disc Jockey (DJ) ໃນລະຫວ່າງວັນທີ 28 – 30 ເມສາ, ພົບປະແລກປ່ຽນລະຫວ່າງນັກຮຽນ, ນັກສຶກສາ ກັບບັນດາຜູ້ຂັບບາລູນ ສາກົນ.