(VOVWORLD) - ໃນໄລຍະຜ່ານມາ, ບັນດາອົງການສຳນັກງານແຫ່ງລັດ ໄດ້ຜັນຂະຫຍາຍການເຄື່ອນໄຫວຫຼາຍຢ່າງເພື່ອຊ່ວຍເຫຼືອຄົນພິການໃນການເບິ່ງແຍງການດຳລົງຊີວິດຂອງຄົນພິການ, ສ້າງກາລະໂອກາດສະເໝີພາບ ເພື່ອແນໃສ່ຕອບສະໜອງສິດຜົນປະໂຫຍດອັນຊອບທຳ, ຖືກຕ້ອງຕາມກົດໝາຍໄດ້ເປັນຢ່າງດີກວ່າ.
ກອງປະຊຸມສຳມະນາວິທະຍາສາດແຫ່ງຊາດດ້ວຍຫົວຂໍ້ “ວຽກງານສັງຄົມສຳລັບຄົນພິການ” (ພາບ: nhandan.com.vn) |
ວັນທີ 2 ທັນວາ, ຢູ່ຮ່າໂນ້ຍ, ຄະນະໂຄສະນາສຶກສາສູນກາງ, ຄະນະເສດຖະກິດສູນກາງ, ບັນດາອົງການຈັດຕັ້ງພັກຂັ້ນສູງກາງ ສົມທົບກັນຈັດຕັ້ງກອງປະຊຸມສຳມະນາວິທະຍາສາດແຫ່ງຊາດດ້ວຍຫົວຂໍ້ “ວຽກງານສັງຄົມສຳລັບຄົນພິການ”. ຕາມການສະຖິຕິແລ້ວ, ປັດຈຸບັນ, ຢູ່ ຫວຽດນາມ ມີຄົນພິການປະມານ 6,2 ລ້ານ ຄົນ, ໃນນັ້ນ ມີ 58% ແມ່ນເພດຍິງ ແລະ 30% ແມ່ນເດັກນ້ອຍ.
ກ່າວຄໍາເຫັນໄຂກອງປະຊຸມສຳມະນາ, ທ່ານ ກາວດຶກຟາດ ຮອງຫົວໜ້າຄະນະປະຈຳການຄະນະເສດຖະກິດສູນກາງ ໃຫ້ຮູ້ວ່າ, ໃນໄລຍະຜ່ານມາ, ບັນດາອົງການສຳນັກງານແຫ່ງລັດ ໄດ້ຜັນຂະຫຍາຍການເຄື່ອນໄຫວຫຼາຍຢ່າງເພື່ອຊ່ວຍເຫຼືອຄົນພິການໃນການເບິ່ງແຍງການດຳລົງຊີວິດຂອງຄົນພິການ, ສ້າງກາລະໂອກາດສະເໝີພາບ ເພື່ອແນໃສ່ຕອບສະໜອງສິດຜົນປະໂຫຍດອັນຊອບທຳ, ຖືກຕ້ອງຕາມກົດໝາຍໄດ້ເປັນຢ່າງດີກວ່າ, ລະດົມກຳລັງໃຈ ເພື່ອໃຫ້ຄົນພິການເສີມຂະຫຍາຍກຳລັງຄວາມສາມາດຂອງຕົນ, ເຊື່ອມຕົວເຂົ້າກັບສັງຄົມ ແລະ ປະກອບສ່ວນແກ່ສັງຄົມ. ການລະດົມທຸກແຫຼ່ງກຳລັງສັງຄົມ ໄດ້ຊ່ວຍໃຫ້ຄົນພິການມີຄວາມເຊື່ອໝັ້ນຕົນເອງ ແລະ ສ້າງການດຳລົງຊີວິດດ້ວຍຕົນເອງ.
ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນໄດ້ແບ່ງປັນກ່ຽວກັບຮູບແບບວຽກງານສັງຄົມ, ຮັບປະກັນສະຫວັດດີການສັງຄົມ, ສ້າງວຽກເຮັດງານທຳໃຫ້ຄົນພິການ ແລະ ເລີ່ມຕົ້ນທຸລະກິດຢ່າງມີຫົວຄິດປະດິດສ້າງ; ສະເໜີບັນດາມາດຕະການບຸກທະລຸ ແນໃສ່ປ່ຽນໃໝ່ຈິນຕະນາການ, ສະຕິຄວາມຮັບຮູ້, ເປັນເຈົ້າການໃນການປະຕິບັດບັນດາແຜນນະໂຍບາຍ, ນະໂຍບາຍສຳລັບຄົນພິການໄດ້ຢ່າງມີປະສິດທິຜົນ.