(ພາບ:Reuters)
(vovworld) - ວັນທີ 11/8, ທະນາຄານປະຊາຊົນ ຈີນ (PBoC) - ທະນາຄານສູນກາງ ຈີນ ໄດ້ດັບປັບອັດຕາແລກປ່ຽນເງິນຢວນລົງລະດັບຕ່ຳສຸດທຽບໃສ່ເງິນ ໂດລາສະຫະລັດ ໃນ 3 ປີຜ່ານມາ. ເລື່ອງ ຈີນ ເປັນເຈົ້າການດັບປັບອັດຕາແລກປ່ຽນເງິນຢວນ, ກຳນົດອັດຕາແລກປ່ຽນຂອງເງິນຢວນຫລຸດລົງເກືອບ 2%, ອັນໄດ້ເຮັດໃຫ້ຕະຫລາດເງິນຕາ ອາຊີ ຫັນປ່ຽນ, ໃນນັ້ນມີສະກຸນເງິນ ໂດລາ, ສິງກະໂປ ແລະ ສະກຸນເງິນ ອວນຂອງ ສເກົາຫຼີໄດ້ຫລຸດລົງ 0,6% ແລະ 1,2% ເປັນລຳດັບ, ພ້ອມກັນນັ້ນ ຕະຫລາດຫຼັກຊັບ ອາຊີ ກໍມີທ່າຫລຸດລົງ. ຕາມການໄຈແຍ້ກແລ້ວ, 8 ກຸ່ມຄົນໄດ້ຮັບຜົນສະທ້ອນຈາກການດັບປັບອັດຕາແລກປ່ຽນຂອງເງິນຢວນແມ່ນບັນດານັກລົງທຶນຫຼັກຊັບ, ລົງທຶນອະສັງຫາລິມະຊັບ, ການສຶກສາຮຳ່ຮຽນຢູ່ຕ່າງປະເທດ, ຊື້ເຄື່ອງຈາກຕ່າງປະເທດ, ການທ່ອງທ່ຽວຕ່າງປະເທດ, ວິສາຫະກິດສົ່ງອອກດ້ວຍຂອບຂະໜາດໃຫຍ່, ວິສາຫະກິດນຳໃຊ້ເງິນຢວນເປັນຈຳນວນຫລາຍ ແລະ ຊາວຕ່າງປະເທດເຂົ້າມາລົງທຶນສະແຫວງຫາຜົນປະໂຫຍດຢູ່ ຈີນ.