ຕາລີບັນຢຶດຄອງນະຄອນທີ່ສຳຄັນຕື່ມອີກຢູ່ພາກເໜືອອັບການິດສະຖານ
(VOVWORLD) -ວົງການເຈົ້າໜ້າທີ່ທ້ອງຖິ່ນ ອັບການິດສະຖານ ປະກາດວ່າ ບັນດາມືປືນ ຕາລີບັນໄດ້ຢຶດຄອງນະຄອນ ມາຊາ ອີສະຣິບ ເຊິ່ງແມ່ນນະຄອນທີ່ສຳຄັນສຸດທ້າຍຂອງລັດຖະບານຢູ່ພາກເໜືອ
ບັນດາມືປືນ ຕາລີບັນ ພວມລາດຕະເວນຢູ່ການີເມື່ອວັນທີ 12 ສິງຫາ |
ວັນທີ 15 ສິງຫາ, ວົງການເຈົ້າໜ້າທີ່ທ້ອງຖິ່ນ ອັບການິດສະຖານ ປະກາດວ່າ ບັນດາມືປືນ ຕາລີບັນໄດ້ຢຶດຄອງນະຄອນ ມາຊາ ອີສະຣິບ ເຊິ່ງແມ່ນນະຄອນທີ່ສຳຄັນສຸດທ້າຍຂອງລັດຖະບານຢູ່ພາກເໜືອ, ໃນຂະນະທີ່ບັນດາກຳລັງປ້ອງກັນຄວາມສະຫງົບຊອກຫາວິທີແລ່ນຜ່ານຊາຍແດນຕິດກັບອູເບກິດສະຖານ.
ຜູ້ນຳສະພາແຂວງບາສ ທ່ານ ຮາບຊາຮາດິດ ໃຫ້ຮູ້ວ່ານະຄອນນີ້ເບິ່ງຄືວ່າໄດ້ປະລາໄຊເຊິ່ງບໍ່ມີການປະທະກັນໃດໆເກີດຂຶ້ນ ແລະ ກຳລັງປ້ອງກັນຄວາມສະຫງົບທັງໝົດໄດ້ອອກຈາກ ມາຊາ ອີສະຣິບ. ກ່ອນໜ້ານັ້ນຄືວັນທີ 11 ສິງຫາ ປະທານາທິບໍດີ ອາສະ ຣາການີ ໄດ້ໄປຍັງ ມາຊາອີສະຣິບ ເພື່ອຊີ້ນຳການປັບປຸງລະບົບປ້ອງກັນກໍ່ຄືພົບປະກັບບັນດາຜູ້ບັນຊາການກຳລັງທະຫານທ້ອງຖິ່ນ.
ນອກຈາກນະຄອນຫຼວງກາບູນແລ້ວພາຍຫຼັງທີ່ ມາຊາ ອີສະຣິບ ປະລະໄຊ ກອງທັບລັດຖະບານອັບການິດສະຖານໃນປັດຈຸບັນພວມຄຸ້ມຄອງນະຄອນ ຊາລາລະບາສ ຢູ່ທາງທິດຕາເວັນອອກມໍ່ກັບຊາຍແດນປາກິດສະຖານ. ເຈົ້າໜ້າທີ່ກະຊວງປ້ອງກັນຊາດອາເມລິກາທ່ານໜຶ່ງ ສະແດງຄວາມວິຕົກກັງວົນວ່າ ຕາລີບັນຈະບຸກໂຈມຕີນະຄອນຫຼວງກາບູນໃນຮອບເວລາສອງສາມວັນທີ່ຈະມາເຖິງ.
ປະທານາທິບໍດີອາເມລິກາ ຈອນໄບເດັນໄດ້ປະກາດເມື່ອວັນທີ 14 ສິງຫາວ່າ ອາເມລິກາຈະຜັນຂະຫຍາຍພົນທະຫານ 5.000 ຄົນໄປຍັງ ອັບການິດສະຖານເພື່ອຊ່ວຍໜູນວຽກງານຍົກຍ້າຍ.