ຕາລີບານ ບຸກໂຈມຕີ ສຳນັກງານປະທານາທິບໍດີ ອາບການິດສະຖານ

ຕາລີບານ ບຸກໂຈມຕີ ສຳນັກງານປະທານາທິບໍດີ ອາບການິດສະຖານ - ảnh 1
ທະຫານລັດຖະບານ ອາບການິດສະຖານ
(ພາບ: AP )

(vovworld) – ​ບັນດາ​ສຳນັກ​ຂ່າວສານ​ຂອງ ອິນ​ເດຍ​ ​ໃຫ້ຮູ້​ວ່າ, ວັນ​ທີ 25/6, ກຳລັງ ຕາ​ລີ​ບານ ​ໄດ້​ຈັດ​ຕັ້ງ​ການ​ບຸກ​ໂຈມ​ຕີ​ເຂົ້າ​ສຳນັກງານ​ລັດຖະບານ ອາບ​ກາ​ນິດ​ສະຖານ ຢູ່ ນະຄອນຫຼວງ Kabul. ການ​ບຸກ​ໂຈມ​ຕີ​ຖືກ​ດຳ​ເນີນ​ຢູ່​​ເຂດໃຈກາງເມືອງ Shash Darak, ​ເຊິ່ງ​ແມ່ນ​ແຫ່ງ​ທີ່​ຕັ້ງ​ສຳນັກງານ​ຂອງ​ບາງ​ອົງການ​ຕາງໜ້າ​ຕ່າງປະ​ເທດ ​ແລະ ອົງການ​ແຫ່ງ​ລັດ​ທີ່ໄດ້​ຮັບ​ການປົກປ້ອງ​ຢ່າງ​ເຂັມ​ງວດ, ​ເລີ່​ມ​ແຕ່​​ເວລາ 6 ​ໂມງ 30 ນາທີ​ຕອນເຊົ້າ (ຕາມ​ເວລາ​ທ້ອງ​ຖິ່ນ). ກຳລັງ​ທະຫານ​ແຕກ​ທັບ​ໄດ້​ເລີ່​ມດຳ​ເນີນ​ການ​ບຸກ​ໂຈມ​ຕີ​ເຂົ້າປະຕູ​ທາງ​ທິດ​ຕາ​ເວັນ​ອອກ​ຂອງ​ສຳນັກງານ​ປະທານາທິບໍດີ, ບ່ອນ​ທີ່​ມີ​ນັກ​ຂ່າວ​ນັບ​ສິບ​ຄົນ​ພວມ​ລຳ​ຖ້າ​ເຂົ້າ​ຮ່ວມ​ການ​ປະຊຸມ​ຂ່າວ​ຂອງ​ທ່ານ​ປະທານາທິບໍດີ Hamid Karzai, ຄາດ​ວ່າ​ຈັດ​ຕັ້ງ​ໃນ​ເວລາ 9 ​ໂມງ​ຂອງວັນ​ດຽວ​ກັນ. ​ຫົວໜ້າ​ຕຳຫຼວດ Kabul ທ່ານ Aoub Salangicho ​ໃຫ້​ຮູ້​ວ່າ​ພາຍຫຼັງ​ຍິງ​ປືນ​ກັບ​ຕຳຫຼວດ, ພວກ​ບຸກ​ໂຈມ​ຕີ​​ທຸກ​ຄົນ​ໄດ້ຖືກ​ດັບ​ສູນ​. ​ຫລັງ​ຈາກ​ນັ້ນ, ໂຄສົກ​ຂອງ ຕາ​ລີ​ບານ Zabihullah Mujahid ​ໄດ້​ສົ່ງ​ຂໍ້ຄວາມ​ທີ່ວ່າ “ບາງ​ຄົນ​ທີ່​ຍອມ​ສະຫຼະ​ເພື່ອ​ສາສະໜາ” ​ໄດ້​ບຸກ​ໂຈມ​ຕີ​ສຳນັກງານ​ປະທານາທິບໍດີ, ສຳນັກງານ​ກະຊວງ​ປ້ອງ​ກັນ​ປະ​ເທດ ​ແລະ ​ໂຮງ​ແຮມ Ariana (ບ່ອນ​ຕັ້ງ​ສຳ​ນັກ​ງານ​ອົງການ​ສືບ​ລາຊະການ​ລັບ​ສູນ​ກາງ ອາ​ເມ​ລິ​ກາ - CIA).

ຂ່າວ/ບົດ​ອື່ນ