ຕາລີບານ ບຸກໂຈມຕີອົງການສືບລາຊະການລັບແຫ່ງຊາດ
(VOVWORLD) -ມີຜູ້ເສຍຊີວິດຢ່າງໜ້ອຍສຸດ 14 ຄົນ ແລະ ຜູ້ໄດ້ຮັບບາດເຈັບ 63 ຄົນ ເມື່ອບັນດາມືປືນ ຕາລີບານບຸກໂຈມຕີຫ້ອງການຂັ້ນແຂວງຂອງ ອົງການສືບລາຊະການລັບ ແຫ່ງຊາດ (NDS) ຢູ່ Aybak, ເມືອງເອກຂອງແຂວງ Samangan, ທາງພາກເໜືອ ອາບການິດສະຖານໃນວັນທີ 13 ກໍລະກົດ.
ສະຖານທີ່ເກີດເຫດ (ພາບ: AFP/TTXVN) |
ໃນຈຳນວນຜູ້ເສຍຊີວິດມີພະນັກງານ NDS 11 ຄົນ, ມີພວກທຳການບຸກຈົມຕີ 3 ຄົນຖືກ ດັບສູນ. ມີ ສາມັນຊົນ ກ່ວາ 50 ຄົນຖືກຮັບບາດເຈັບ, ໃນນັ້ນສ່ວນຫຼາຍແມ່ນ ແມ່ຍິງ ແລະ ເດັນນ້ອຍ. ນອກຈາກການສູນເສຍທາງດ້ານຊີວິດອີນຊີແລ້ວ, ເຫດວາງລະເບີດຍັງກໍ່ຄວາມເສຍຫາຍຕໍ່ຫ້ອງການອຳນາດການປົກຄອງນະຄອນ ແລະ ອາຄານແຫ່ງຕ່າງໆ. ບັນດາມືປືນຕາລີບານໄດ້ອອກມາຍອມຮັບວ່າ ເປັນຜູ້ດຳເນີນເຫດບຸກໂຈມຕີດັ່ງກ່າວ.