ຕາລີບານຢູ່ປາກິດສະຖານຖະແຫຼງດຳເນີນເຫດວາງລະເບີດຢູ່Lahore

ຕາລີບານຢູ່ປາກິດສະຖານຖະແຫຼງດຳເນີນເຫດວາງລະເບີດຢູ່Lahore - ảnh 1
ເຫດ​ບຸກ​ໂຈມ​ຕີ​ສາ​ຫຼະ​ຊີບ​ແນ​ໃສ່​ສວນ​ສາ​ທາ​ລະ​ນະ Gulshan i Iqbal
(ພາບ: Reuters)

(vovworld) - ກຸ່ມ Tahreek i Taliban Pakistan Jamaatul Ahrar, ເຊິ່ງ​ແມ່ນ​ກຸ່ມ​ຕາ​ລີ​ບານ ຢູ່​ປາ​ກິດ​ສະ​ຖານ ຍອມ​ຮັບ​ວ່າ ໄດ້​ດຳ​ເນີນ​ເຫດ​ບຸກ​ໂຈມ​ຕີ​ສາ​ຫຼະ​ຊີບ​ແນ​ໃສ່​ສວນ​ສາ​ທາ​ລະ​ນະ Gulshan i Iqbal ຂຶ້ນ​ກັບ​ໜ້າ​ຄອນ Lahore, ແຂວງ Punjab ຂອງ​ປາ​ກິດ​ສະ​ຖານ ໃນ​ຕອນ​ຄ່ຳ​ວັນ​ທີ 27/03, ເຊິ່ງ​ເຮັດ​ໃຫ​້​ຢ່າງ​ໜ້ອຍ​ສຸດ​ທີ 65 ຄົນ​ເສຍ​ຊີ​ວິດ ແລະ 250 ກ່​ວາ​ຄົນ​ຮັບ​ບາດ​ເຈັບ. ຕ​ຳ​ຫຼວດ ປາ​ກິດ​ສະ​ຖານ ຢືນ​ຢັນ​ວ່າ, ນີ້​ແມ່ນ​ການ​ບຸກ​ໂຈມ​ຕີ​ສະ​ຫຼະ​ຊີບ. ແລະ​ກ​ໍ​ໃນ​ວັນ​ດຽວ​ກັນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອີນ​ເດຍ Narendra Modi ໄດ້​ໂທ​ລະ​ສັບ​ໃຫ້​ຄູ່​ຕ​ຳ​ແໜ​່ງ​ປາ​ກິດ​ສະ​ຖານ Nawaz Sharif ເພື່ອ​ແບ່ງ​ເບົາ​ຄວາມ​ເສົ້າ​ສະ​ຫຼົດ​ໃຈ​ຢ່າງ​ເລິກ​ເຊິ່ງ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Narendra Modi ເນັ້ນ​ໜັກ​ວ່າ, ຕ້ອງມ​າ​ນະ​ພະ​ຍາ​ຍາມ, ບໍ່ໄດ້ອະ​ນຸ​ໂລມ​ໃນ​ບັ້ນ​ຕ້ານກໍ່​ການ​ຮ້າຍ. ໃນ​ຂະ​ນະ​ນັ້ນ, ວັນ​ທີ 27/03, ໂຄ​ສົກ​ສະ​ພາ​ປ້ອງ​ກັນ​​ຄວາມ​ສະ​ຫງົບ​ແຫ່ງ​ຊາດ​ອາ​ເມ​ລິ​ກາ Ned Price ໃຫ້​ຮູ້​ວ່າ, ອາ​ເມ​ລິ​ກາ ໄດ້​ກ່າວ​ປະ​ນາມ​ເຫດ​ການ​ບຸກ​ໂຈມ​ຕີ​ສະ​ຫຼະ​ຊີບ​ຢູ່ Lahore, ພ້ອມ​ທັງ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ສົມ​ທ​ົບ​ກັບ​ປາ​ກິດ​ສະ​ຖານ ເພື່ອ​ ​ຜາບ​ແຜ້​ລັດ​ທິກໍ່​ການ​ຮ້າຍ​.

ຂ່າວ/ບົດ​ອື່ນ