(vovworld) – ຕາແສງເກາະສຸດທ້າຍຂອງກວາງນິງ ຈະໄດ້ເຊື່ອມຕໍ່ເຂົ້າຕາໜ່າງໄຟຟ້າກ່ອນວັນທີ 02/09. ນີ້ແມ່ນຄຳຢືນຢັນຂອງທ່ານ ຫງວຽນວັນດອກ, ເລຂາຄະນະພັກແຂວງກວາງນິງ ໃນການໄປປະຕິບັດງານສຳຫຼວດສະພາບຕົວຈິງຢູ່ຕາແສງເກາະ ກ໋າຍຈຽນ, ເມືອງ ຫາຍຮ່າ. ສະນັ້ນ, ພາຍຫຼັງທີ່ 5 ຕາແສງເກາະ, ເມືອງ ເວີນດົ່ນ ແມ່ນ: ມິງເຈົາ, ກວານລ້ານ, ທັ໋ງເລີ້ຍ, ງອກວື່ງ, ບານແຊນ ໄດ້ເຊື່ອມຕໍ່ເຂົ້າຕາໜ່າງໄຟຟ້າແຫ່ງຊາດແຕ່ຕົ້ນປີ 2015, ແຂວງກວາງນິງ ຕັດສິນໃຈນຳຕາໜ່າງໄຟຟ້າແຫ່ງຊາດ ເຂົ້າຕາແສງເກາະແຫ່ງສຸດທ້າຍ ກ໋າຍຈຽນ, ຢູ່ເມືອງ ຫາຍຮ່າ ກ່ອນວັນທີ 02/09.
ຕາແສງເກາະກ໋າຍຈຽນ ຂຶ້ນກັບເມືອງ ຫາຍຮ່າ, ແຂວງກວາງນິງ, ຫ່າງຈາກໃຈກາງເມືອງ 15 ກ.ມ. ມາຮອດປະຈຸບັນ, ຕາແສງ ກ໋າຍຈຽນ ແມ່ນຕາແສງເກາະສຸດທ້າຍຂອງແຂວງກວາງນິງ ຍັງນຳໃຊ້ໄຟຟ້າ diezen, ແຕ່ລະມື້ແມ່ນ 5 ຊົ່ວໂມງ/ຄືນ. ນີ້ກໍ່ແມ່ນຕາແສງເກາະ ມີຄວາມສາມາດບົ່ມຊ້ອນເພື່ອພັດທະນາການທ່ອງທ່ຽວຊີວະພາບທະເລເກາະ.