ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ
(vovworld) – ທີ່ການພົບປະໃນຕອນເຊົ້າວັນທີ 27/12 ຢູ່ ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ປະທານສະພາປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ ຢືນຢັນວ່າ ບັນດາໝາກຜົນແຫ່ງການປະຕິບັດງານຂອງກຳລັງຕຳຫລວດໃນປີ 2016, ໄດ້ເປັນການຮັບຮູ້ຄວາມມານະພະຍາຍາມຂອງບັນດາພະນັກງານ, ນັກຮົບໃນວຽກງານປົກປັກຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ. ຕໍ່ໜ້າສະພາບການໂລກພວມຜັນແປຢ່າງລຽນຕິດ, ທ່ານປະທານປະເທດ ຮຽກຮ້ອງກຳລັງຕຳຫລວດຊາບຊຶມການປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ 12 ຂອງພັກ, ມະຕິຂອງຄະນະພັກຕຳຫລວດສູນກາງຢ່າງເຂັ້ມງວດ ແລະ ມີປະສິດທິຜົນ, ເອົາໃຈໃສ່ເປັນພິເສດເຖິງການກຳແໜ້ນສະພາບການ, ຍົກສູງຄຸນນະພາບການຄາດຄະເນ, ເປັນເຈົ້າເປັນການເສນາທິການດ້ານຍຸດທະສາດ, ສະເໜີບັນດານະໂຍບາຍ, ມາດຕະການ ແລະ ວິທີການຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໃນກໍລະນີທີ່ສັບສົນ, ຮັບໃຊ້ໃຫ້ການປົກປັກຮັກສາ, ສ້າງສາ ແລະ ພັດທະນາປະເທດຊາດຢ່າງທັນການ. ທ່ານປະທານປະເທດ ເຈີ່ນດ້າຍກວາງ ໃສ່ໃຈວ່າ ກຳລັງຕຳຫລວດປະຊາຊົນຕ້ອງເພີ່ມທະວີການພົວພັນປະສານສົມທົບກັບກອງທັບປະຊາຊົນ ແລະ ທຸກຂັ້ນ, ທຸກຂະແໜງການ. ທ່ານປະທານປະເທດ ເຈີ່ນດ້າຍກວາງ ສະເໜີກຳລັງຕຳຫລວດປະຊາຊົນ ເສີມຂະຫຍາຍກຳລັງແຮງສັງລວມ, ສ້າງທ່າຮົບປ້ອງກັນຄວາມສະຫງົບ ໃຫ້ປະຊາຊົນ, ພື້ນຖານປ້ອງກັນຄວາມສະຫງົບປະຊາຊົນໃຫ້ຢ່າງໝັ້ນຄົງ, ຕ້ອງມີຄວາມເຊື່ອໝັ້ນ ແລະ ອີງໃສ່ປະຊາຊົນ, ຍາດແຍ່ງຄວາມເຫັນດີເຫັນພ້ອມ ແລະ ການສະໜັບສະໜູນຂອງປະຊາຊົນ, ມີຄວາມສາມັກຄີກັນຢ່າງແໜ້ນແຟ້ນໃນກຳລັງ, ສ້າງເປັນກຸ່ມກ້ອນເອກະພາບ; ພ້ອມທັງເປີດກ້ວາງການຮ່ວມມືກັບສາກົນ.