ຕຳຫຼວດ ອັງກິດ ດັບສູນ 3 ບຸກຄົນກໍ່ການຮ້າຍຢູ່ລອນດອນ

(VOVWORLD) - ພາຍຫຼັງເກີດເຫດບຸກໂຈມຕີກໍ່ການຮ້າຍດ້ວຍລົດຂົນສົ່ງຢູ່ຂົວລອນດອນ ແລະ ເຂດ Borough Market, ຕອນເຊົ້າວັນທີ 4 ມິຖຸນາ, ທ່ານນາງນາຍົກລັດຖະມົນຕີ ອັງກິດ Theresa May ໄດ້ຮຽກໂຮມປະຊຸມຄະນະລັດຖະບານດ່ວນ ເພື່ອພິຈາລະນາສະພາບການ. 

ຕຳຫຼວດ ອັງກິດ ດັບສູນ 3 ບຸກຄົນກໍ່ການຮ້າຍຢູ່ລອນດອນ - ảnh 1 ຕຳຫຼວດຢູ່ສະຖານທີ່ເກີດເຫດ

(ພາບ: EPA)

ທ່ານ Sadiq Khan, ເຈົ້າຄອງນະຄອນລອນດອນ ໄດ້ຮຽກຮ້ອງໃຫ້ປະຊາຊົນ ລອນດອນ ພ້ອມກັບແຂກທ່ອງທ່ຽວອຸ່ນອ່ຽນໃຈ ແລະ ລະມັດລະວັງ, ແລະ ຄວນແຈ້ງທຸກໆຂໍ້ມູນຂ່າວສານກັບຕຳຫຼວດເພື່ອຮັບໃຊ້ການສືບສວນ.

        ຕາມແຈ້ງການຫຼ້າສຸດຂອງຕຳຫຼວດ ອັງກິດ, ບັນດາເຫດບຸກໂຈມຕີດັ່ງກ່າວເຮັດໃຫ້ຢ່າງໜ້ອຍສຸດ 6 ຄົນເສຍຊີວິດ, ປະມານ 30 ຄົນຖືກຮັບບາດເຈັບ. ບັນດາບຸກຄົນທຳການບຸກໂຈມຕີກໍ່ການຮ້ານທັງ 3 ຄົນຖືກຍິງຕາຍ. ບັນດາບຸກຄົນນີ້ໄດ້ຂີ່ລົດຂົນສົ່ງແລ່ນດ້ວຍຄວາມໄວສູງຕ່ຳໃສ່ຄົນພວມພວມໄປມາເທິງຂົວລອນດອນ. ຫຼັງຈາກນັ້ນ ພວກມັນລົງລົດເຂົ້າໄປເຂດ Borough Market ຢູ່ພາກໃຕ້ຂົວລອນດອນ, ໃຊ້ມິດບຸກໂຈມຕີສາມັນຊົນ. ປະຈຸບັນ, ຍັງບໍ່ມີອົງການ ຫຼື ບຸກຄົນໃດອອກຮັບຜິດຊອບຕໍ່ການດຳເນີນບັນດາເຫດບຸກໂຈມຕີດັ່ງກ່າວເທື່ອ.

ຕອບກັບ

ຂ່າວ/ບົດ​ອື່ນ