ຕຳຫຼວດ​ແຂວງ​ເທື່​ອ​ທຽນ​ ເຫ້ວ ມອບ​ອຸ​ປະ​ກອນ​ການ​ແພດ ແລະ ເຄື່ອງ​ບໍ​ລິ​ໂພກ​ໃຫ້​ແກ່​ພະ​ແນກ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ແຂວງ​ສາ​ລາ​ວັນ ແລະ ເຊກອງ​ຂອງ​ລາວ

(VOVWORLD) -ວັນທີ 18 ເມສາ ຢູ່ດ່ານລາໄຮ ເມືອງ ດັກກຣົງ ແຂວງ ກ໋ວາງຈິ, ຕຳຫຼວດແຂວງເທືື່ອທຽນ  ເຫ້ວ ໄດ້ຈັດພິທີມອບອຸປະກອນການແພດ ແລະ ອາຫານທີ່ຈຳເປັນໃຫ້ແກ່ພະແນກປ້ອງກັນຄວາມສະຫງົບຂອງແຂວງເຊກອງ ແລະ ສາລາວັນຂອງ ລາວໃຊ້ໃຫ້ແກ່ວຽກງານປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19. 
ຕຳຫຼວດ​ແຂວງ​ເທື່​ອ​ທຽນ​  ເຫ້ວ ມອບ​ອຸ​ປະ​ກອນ​ການ​ແພດ ແລະ ເຄື່ອງ​ບໍ​ລິ​ໂພກ​ໃຫ້​ແກ່​ພະ​ແນກ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ແຂວງ​ສາ​ລາ​ວັນ ແລະ ເຊກອງ​ຂອງ​ລາວ - ảnh 1ພິທີມອບອຸປະກອນການແພດ ແລະ ອາຫານທີ່ຈຳເປັນ (ພາບ: TTXVN) 

ຂອງຂວັນດັ່ງກ່າວລວມມີ ຜ້າອັດປາກ- ດັງ 10.000 ອັນ, ຊຸດກັນເຊື້ອພະຍາດ 50 ຊຸດ, ຖົງມື 1000 ຄູ, ເຄື່ອງສີດຢາເຄມີຕ້ານເຊື້ອ, ເຂົ້າສານ 3 ໂຕນ ແລະ ໝີ່ສຳເລັດຮູບ 200 ແກັດ ແລະ ມີອາຫານອື່ນໆອີກຈຳນວນໜຶ່ງ.

ຕຳຫຼວດ​ແຂວງ​ເທື່​ອ​ທຽນ​  ເຫ້ວ ມອບ​ອຸ​ປະ​ກອນ​ການ​ແພດ ແລະ ເຄື່ອງ​ບໍ​ລິ​ໂພກ​ໃຫ້​ແກ່​ພະ​ແນກ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ແຂວງ​ສາ​ລາ​ວັນ ແລະ ເຊກອງ​ຂອງ​ລາວ - ảnh 2

ຕອບກັບ

ຂ່າວ/ບົດ​ອື່ນ