ຕຳຫຼວດໄທ ນຳໃຊ້ແກັດນ້ຳຕາ ເພື່ອຄວບຄຸມສະຖານທີ່ແຫ່ຂະບວນປະທ້ວງ

ຕຳຫຼວດໄທ ນຳໃຊ້ແກັດນ້ຳຕາ ເພື່ອຄວບຄຸມສະຖານທີ່ແຫ່ຂະບວນປະທ້ວງ - ảnh 1
(ພາບປະກອບ)

(vovworld) - ຕອນ​ທ່ຽງ​ວັນ​ທີ 18/02, ຕຳຫຼວດ​ໄທ ​ເລີ່​ມນຳ​ໃຊ້​ແກັດ​ນ້ຳຕາເພື່ອຄວບ​ຄຸມສະຖານ​ທີ່​ແຫ່​ຂະ​ບວນປະ​ທ້ວງ ຢູ່​​ເຂດ​ໜຶ່ງອ້ອມ​ຂ້າງສຳນັກງານ​ນາຍົກລັດຖະມົນຕີ, ຈັບ​ຕົວ​ຜູ້ນຳ​ຄົນ​ໜຶ່ງ​ຈັດ​ຕັ້ງ​ການແຫ່​ຂະ​ບວນປະ​ທ້ວງ. ຕາມ​ແຫຼ່ງຂ່າວ​ໃນ​ເບື້ອງ​ຕົ້ນ​ຊີ້​ໃຫ້​ເຫັນ​ວ່າ, ​ເລື່ອງ​ຢືດເອົາຄືນສະຖານ​ທີ່​ແຫ່​ຂະ​ບວນປະ​ທ້ວງ​ໄດ້​ພາ​ໃຫ້ເກີດ​ການ​ປະ​ທະ​ກັນ, ​ເຮັດ​ໃຫ້​ຕຳຫຼວດ ​ແລະ ຜູ້​ແຫ່​ຂະ​ບວນປະ​ທ້ວງ​ບາງ​ຄົນ​ຖືກ​ບາດ​ເຈັບ. ​ໃນ​ຂະນະ​ນັ້ນ, ກຳລັງ​ແຫ່​ຂະ​ບວນປະ​ທ້ວງ​ຂອງ​ທ່ານ ສຸ​ເທບ ຍັງ​ເຕົ້າ​ໂຮມ​ຢູ່​ອ້ອມ​ເຂດ​ສຳ​ນັກ​ງານ​ນາຍົກລັດຖະມົນຕີ. ບັນດາ​ການ​ນຳ​ແຫ່​ຂະ​ບວນປະ​ທ້ວງ ສືບ​ຕໍ່​ກ່າວຕຳ​ນິຕິ​ຕຽນ​ການ​ເຄື່ອນ​ໄຫວ​ຂອງ​ລັດຖະບານ​ຊົ່ວຄາວ ​ແລະ ຕຳຫຼວດ​ເພື່ອ​ແນ​ໃສ່ຄວບ​ຄຸມ​ສະຖານ​ທີ່​ແຫ່​ຂະ​ບວນປະ​ທ້ວງ, ພ້ອມ​ທັງ​ຮຽກຮ້ອງທຸກໆ​ຄົນ ຈົ່ງ​ເຂົ້າ​ຮ່ວມ​ການ​ແຫ່​ຂະ​ບວນປະ​ທ້ວງ​ຂະໜາດ​ໃຫຍ່​ຕ້ານ​ລັດຖະບານ​ໃນ​ວັນ​ທີ 19/02.
    ແລະກໍ່​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ຕຳ​ຫຼວດ​ໄທ ​ໄດ້​ຈັບ​ຕົວ​ທ່ານຣະວີ ມາດມາດົນ, ຫົວ​ໜ້າ​ຂະ​ບວນການ​ແຫ່​ຂະ​ບວນປະ​ທ້ວງ​ຕ້ານ​ລັດຖະບານ ​ແລະ ຜູ້​ແຫ່​ຂະ​ບວນປະ​ທ້ວງ​ໃນ​ບັ້ນ​ຮົບ​ຢືດ​ເອົາ​ສິດ​ຄວບ​ຄຸມ​ບັນດາ​ສະຖານ​ທີ່​ແຫ່​ຂະ​ບວນປະ​ທ້ວງ​ຢູ່​ນະຄອນຫຼວງ​ບາງກອກ. ທ່ານ​ປະທານ​ສະພາປ້ອງ​ກັນ​ຄວາມ​ສະຫງົບ​​ແຫ່ງ​ຊາດໄທ ພະຣາດອນ ພັດທະນະຖາບຸດ ​ໃຫ້​ຮູ້​ວ່າ ມີ​ຜູ້​ແຫ່​ຂະ​ບວນປະ​ທ້ວງ​ປະມານ 100 ຄົນ​ຖືກ​ຈັບ​ຕົວ​ຢູ່​ສຳນັກງານ​ກະຊວງ​ພະລັງງານ ຍ້ອນ​ລະ​ເມີດ​ພະ​ລາຊະ​ດຳລັດ​ສະພາວະ​ສຸກ​ເສີນ. ຕາ​ມທ່ານ ພະຣາດອນ ພັດທະນະຖາບຸດ ​ແລ້ວ, ຕຳຫຼວດ​ບໍ່ປະສົບ​ກັບການຕ້ານຍັນ​​ໃດໆ. ທ່ານ​ໃຫ້​ຮູ້​ຕື່ມ​ອີກ​ວ່າ, ຜູ້​ແຫ່​ຂະ​ບວນປະ​ທ້ວງ​ກໍ່​ເຫັນ​ດີ​ບໍ່​ປິດ​ລ້ອມ​ເສັ້ນທາງ​ພາ​ໄປ​ເຖິງ​ສຳນັກງານ​ລັດຖະບານ ຢູ່​ຊານ​ນະຄອນ​ທາງ​ທິດ​ເໜືອ​ນະຄອນຫຼວງ​ບາງກອກ ​ເພື່ອ​ສ້າງ​​ເງື່ອນ​ໄຂ​ສະດວກ​ໃຫ້​ບັນດາ​ລັດຖະກອນ​ໄປ​ເຮັດ​ວຽກ.

        ວັນ​ທີ 18/02, ໜັງ​ສືພິມ Bangkok Post ​ໃຫ້​ຂ່າວ​ວ່າ , ຕຳຫຼວດ​ໄທ ​ໄດ້​ຢືດຄອງ​ ບັນດາ​ສະຖານ​ທີ່​ແຫ່​ຂະ​ບວນປະ​ທ້ວງ​ຢູ່ ຖະໜົນ​ໃຫຍ່ ວິພາ​ວະ​ດີ ລັງສີດ ຄືນ​ໃໝ່. ​ໃນ​ຂະນະ​ນັ້ນ, ຜູ້​ແຫ່​ຂະ​ບວນປະ​ທ້ວງ​ຢູ່​ສຳນັກງານ​ລັດຖະບານ ຍັງ​ບໍ່​ທັນ​ໄດ້​ຍົກ​​ເລີກ.

ຂ່າວ/ບົດ​ອື່ນ