ຕຳຫຼວດໄທຢັ້ງຢືນສັນຊາດຂອງຜູ້ຖືກສົງໄສວາງລະເບີດຢູ່ບາງກອກ

ຕຳຫຼວດໄທຢັ້ງຢືນສັນຊາດຂອງຜູ້ຖືກສົງໄສວາງລະເບີດຢູ່ບາງກອກ - ảnh 1
Meiraili Yusufu, ອາຍຸ 25 ປີ, ​ແມ່ນ​ພົນລະ​ເມືອງ​ຈີນ
(ພາບ: AFP/TTXVN)


(vovworld) –  ວັນ​ທີ 09/09, ຕະຫຼວດ​ໄທ ຢັ້ນຢືນ​ວ່າ, ສັນຊາດ​ຜູ້​ຖືກ​ສົງ​ໄສ​ຕົ້ນຕໍ່​ໃນ​ເຫດວາງ​ລະ​ເບີດ​ນອງ​ເລືອດ​ຢູ່​ວິຫານ ​ເອຣາວັນ, ທີ່ນະຄອນຫຼວງ​ບາງກອກ ​ເມື່ອ​ເດືອນກອນ ​ແມ່ນ Meiraili Yusufu, ອາຍຸ 25 ປີ, ​ແມ່ນ​ພົນລະ​ເມືອງ​ຈີນ. ກ່າວ​ຄຳ​ເຫັນ​ທີ່​ການ​ປະຊຸມ​ຂ່າວ, ​ໂຄສົກ​ຂອງຕຳ​ຫຼວດ​ໄທ ພະ​ຢຸດ ຖາວອນ​ຊີຣີ ​ໃຫ້​ຮູ້​ວ່າ, ໝາກຜົນ​​ແຫ່ງການ​ສືບສວນ​ໄດ້​ຢັ້ງຢືນ​ວ່າ ປັດ​ສະ​ປໍຂອງຜູ້​ຖືກ​ສົງ​ໄສດັ່ງກ່າວແມ່ນ​ຖືກຕ້ອງ, ​ໃນ​ຂະນະ​ນັ້ນ ໜັງສື​ໄປມາ​ຂອງຜູ້​ຖືກ​ສົງ​ໄສ​​ຄົນອື່ນ - ຜູ້​ບອກ​ຕົວ​ກັບ​ຕຳຫຼວດ​ແມ່ນ Adem Karadak ມາ​ຈາກ​ຕວກກີ ​ແມ່ນ​ປອມ. ​ແລະ​ກໍ​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ຕຳຫຼວດ​ໄດ້​ພາຕົວ Meiraili ​ເຖິງ​ສະຖານ​​ເກີດ​ເຫດ​ເພື່ອ​ສະ​ແດງ​ການ​ກະທຳ​ວາງ​ລະ​ເບ​ີດຄືນ​ໃໝ່ ຂອງ​ບັນດາ​ຜູ້​ຖືກ​ສົງ​ໄສ​ໃນ​ເຫດ​ວາງ​ລະ​ເບີດ​ເມື່ອ​ວັນ​ທີ 17/08 ຜ່ານ​ມາ.

ຂ່າວ/ບົດ​ອື່ນ