(ພາບ:tuoitre.vn)
(vovworld)- ວັນທີ 20/8, ຢູ່ເຂດອະນຸສອນສະຖານປະທານ ໂຕນດຶກທັງ ຢູ່ຕາແສງໝີ້ຮ່ວາຮຶງ-ນະຄອນລອງຊວຽນ-ແຂວງອານຢາງ, ການນຳຄະນະພັກ, ຄະນະກຳມະການ ປຊຊ, ສະພາ ປຊຊ, ຄະນະຂົນຂວາຍ ປຊຊ, ຄະນະກຳມະການແນວໂຮມປະເທດຊາດຫວຽກນາມ ແຂວງອານຢາງ, ບັນດາຄະນະຂະແໜງການ ແລະ ອົງການຈັດຕັ້ງມະຫາຊົນໃນແຂວງ ໄດ້ຈັດພິທີຖະຫວາຍດອກໄມ້ ທູບທຽນ ສະເຫຼີມ ສະຫຼອງ 125 ປີແຫ່ງວັນຄ້າຍວັນເກີດປະທານໂຕນດຶກທັງ (20/8/1888-20/8/2013) ຢ່າງສົມກຽດ. ກ່າວຄຳເຫັນທີ່ພິທີ, ທ່ານເວືອງບິ່ງແທ້ງ, ປະທານຄະນະກຳມະການ ປຊຊ ແຂວງອານຢາງ ຢືນຢັນວ່າ: ປະທານໂຕນດຶກທັງ ແມ່ນແບບຢ່າງດີເດັ່ນຂອງນັກຮົບກອມມູນິດ ຊື່ງໄດ້ອຸດທິດຕະຫຼອດຊີວິດໃຫ້ແກ່ພາລະກິດປົດປ່ອນຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ ນຳມາເຊິ່ງຄວາມອີ່ມໜຳສຳລານ ແລະ ຄວາມຜາສຸກໃຫ້ແກ່ ປຊຊ. ທ່ານປະທານໂຕນດຶກທັງ ໄດ້ອຸທິດກ່ວາ 60 ປີໃຫ້ແກ່ການປະຕິວັດຫວຽດນາມ ແລະ ເຄີຍຮັບບັນດາຕຳແໜ່ງສຳຄັນ. ໃນໂອກາດນີ້ ແຂວງອານຢາງ ຍັງຈັດບັນດາການເຄື່ອນໄຫວວັດທະນະທຳ, ສິລະປະ, ກິລາ, ງານວາງສະແດງຮູບພາບກ່ຽວກັບຊີວິດ ແລະ ພາລະກິດຂອງປະທານໂຕນດຶກທັງ.