ຖະຫວາຍທູບທຽນ,ດອກໄມ້ປະທານໂຮ່ຈິມິນແລະປະທານຕົນດຶກທັ໋ງ
(ພາບປະກອບ)
(vovworld) – ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນການປະຕິວັດເດືອນສິງຫາ ແລະ ວັນຊາດທີ 2 ກັນຍາ, ຕອນເຊົ້າວັນທີ 31/08, ຄະນະພັກນະຄອນ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນ, ຄະນະກຳມະການແນວໂຮມປະເທດຊາດຫວຽດນາມນະຄອນໂຮ່ຈິມິນ ໄດ້ຈັດພິທີຖະຫວາຍທູບທຽນ, ດອກໄມ້ປະທານໂຮ່ຈິມິນ ແລະ ປະທານ ຕົນດຶກທັ໋ງ ຢູ່ຫໍພິພິດຕະພັນໂຮ່ຈິມິນ - ສາຂານະຄອນໂຮ່ຈິມິນ, ຫໍພິພິດຕະພັນຕົນດຶກທັ໋ງ ແລະ ສວນສາທາລະນະອານຸສາວະລີປະທານໂຮ່ຈິມິນ. ເຂົ້າຮ່ວມພິທີມີທ່ານນາງຮອງປະທານປະເທດ ຫງວຽນທິຢວານ ແລະ ຜູ້ຕາງໜ້າການນຳບັນດາກະຊວງ, ຂະແໜງການສູນກາງ ແລະ ນະຄອນໂຮ່ຈິມິນ. ໃນລະຫວ່າງວັນທີ 01 – 02/09, ຄະນະຈັດຕັ້ງພິທີສະເຫຼີມສະຫຼອງບັນດາວັນບຸນໃຫຍ່ນະຄອນໂຮ່ຈິມິນ ຈະຈັດຕັ້ງໃຫ້ບັນດາຫົວໜ່ວຍ, ທ່ອງຖິ່ນ ແລະ ປະຊາຊົນທຸກຊັ້ນວັນນະ ມາຖະຫວາຍທູບທຽນ, ດອກໄມ້ຢູ່ຫໍພິພິດຕະພັນໂຮ່ຈິມິນ - ສາຂານະຄອນໂຮ່ຈິມິນ, ຫໍພິພິດຕະພັນຕົນດຶກທັ໋ງ ແລະ ສວນສາທາລະນະອານຸສາວະລີປະທານໂຮ່ຈິມິນ.