ຖະແຫຼງການຮ່ວມ ບາລີ ກ່ຽວກັບປະຊາຄົມ ອາຊຽນ
ໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 19 ເຊິ່ງພວມດຳເນີນຢູ່ ບາລີນັ້ນ, ຕອນບ່າຍວັນທີ 17 ພະຈິກ, ການນຳບັນດາປະເທດ ອາຊຽນ ໄດ້ລົງນາມໃນຖະແຫຼງການຮ່ວມ ບາລີ ກ່ຽວກັບປະຊາຄົມ ອາຊຽນ ໃນປະຊາຄົມສາກົນຂອງບັນດາປະຊາຊາດ ຫຼືເອີ້ນວ່າສົນທິສັນຍາ ບາລີ III. ສົນທິສັນຍາ ບາລີ III ໄດ້ກຳນົດວ່າ: ບັນດາປະເທດ ອາຊຽນ ໝັ້ນໝາຍພ້ອມກັນດຳເນີນການຮ່ວມມືຫຼາຍຂົງເຂດໃນພາກພື້ນແລະໃນທົ່ວ ໂລກ. ກ່ຽວກັບການຮ່ວມມືທາງດ້ານການເມືອງ - ປ້ອງກັນຄວາມສະ ຫງົບແມ່ນເພື່ອປະກອບສ່ວນຮັບປະກັນສັນຕິພາບ, ຄວາມສະຫງົບປອດໄພ ແລະ ສະຖຽນລະພາບ. ຮັບປະກັນຄວາມປອດໄພ, ຄວາມເສລີໃນການເດີນທະເລ, ຍູ້ແຮງການຮ່ວມມືເດີນທະເລ; ສືບຕໍ່ຄວາມມານະພະຍາຍາມເພື່ອມຸ້ງໄປເຖິງຄວາມເຫັນດີເຫັນພ້ອມລວມກ່ຽວກັບບັນດາບັນ ຫາທີ່ກ່ຽວຂ້ອງເຖິງສົນທິສັນຍາກ່ຽວກັບພາກພື້ນອາຊີຕາເວັນອອກສ່ຽງໃຕ້ປອດອາວຸດນິບຄະເລຍ (SEANWFZ). ກ່ຽວກັບການຮ່ວມມືດ້ານເສດ ຖະກິດ: ສົນທິສັນຍາ ບາລີ III ກຳນົດບັນດາເນື້ອໃນຜັນຂະຫຍາຍປະຊາຄົມເສດຖະກິດ ອາຊຽນ ແລະ ຊຸກຍູ້ການເຊື່ອມໂຍງຢ່າງຄົບຖ້ວນຂອງອາຊຽນ ເຂົ້າໃນພື້ນຖານເສດຖະກິດທົ່ວໂລກ. ເພີ່ມທະວີການຮ່ວມມືດ້ານການເງິນ ແລະ ປະສານງານດ້ານເສດຖະກິດມະຫາພາກທັງພາຍໃນ ແລະ ນອກອາຊຽນ. ຍູ້ແຮງຄວາມມານະພະຍາຍາມຮ່ວມກ່ຽວກັບການຄ້ຳປະກັນທັນຍາຫານ ແລະ ພະລັງງານກັບປະເທດຕ່າງໆ, ກໍ່ຄືການພົວພັນຮ່ວມມືກັບບັນດາອົງການສາກົນທີ່ກ່ຽວຂ້ອງ. ກ່ຽວກັບການຮ່ວມມືທາງດ້ານວັດທະນະທຳ - ສັງຄົມ, ສົນທິສັນຍາ ບາລີ III ກຳນົດເພີ່ມທະວີການຮ່ວມມືຂອງ ອາຊຽນ ໃນຂອບເຂດທົ່ວໂລກ ເພື່ອແນໃສ່ຊຸກຍູ້ຄວາມມານະພະຍາຍາມຮັບມືກັບການປ່ຽນແປງຂອງດິນຟ້າອາກາດ… ບັນດາການນຳອາຊຽນໄດ້ເຫັນດີເປັນເອກະສັນກັບບັນດາປະເທດ ອາຊຽນ ຈະປະກອບສ່ວນຢ່າງຕັ້ງໜ້າ ເພື່ອບັນລຸຂໍ້ຕົກລົງທີ່ສົມດຸ່ນ, ຮອບດ້ານ ແລະ ຜູກມັດດ້ານນິຕິກຳຕາມຈິດໃຈຂອງສົນທິສັນຍາແມ່ຂອງ ສປຊ ກ່ຽວກັບການປ່ຽນແປງດິນຟ້າອາກາດ, ຊຸກຍູ້ການຮ່ວມມືກ່ຽວກັບການເບິ່ງແຍງສຸຂະພາຍ, ການພັດທະນາວິທະຍາສາດເຕັກໂນໂລຢີ, ການສຶກສາ, ການພັດທະນາແຫຼ່ງຊັບພະຍາກອນມະນຸດ ແລະວັດທະ ນະທຳ, ໃນນັ້ນມີບັນດາຄຳໝັ້ນສັນຍາສຳຫຼັບບັນດາເປົ້າໝາຍສະຫັດຕະ ວັດຂອງ ສປຊ.